
ປະກາດການແຕ່ງຕັ້ງຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2024-07-18 14:11:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1474 | ຄວາມນິຍົມ:
ວັນທີ 18 ກໍລະກົດ 2024 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງຫົວໜ້າການທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ໂຮງຮຽນ, ກົມພະນັກງານ, ກົມຈັດຕັ້ງພັກ ແລະ ພະນັກງານຫຼັກແຫຼງ ເຂົ້າຮ່ວມ
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ, ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນທັນ ຈັນທະລິມາ ເປັນຫົວໜ້າການທະຫານ, ທັງເປັນ ຮອງເລຂາຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກໍຄືຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ,ມີຄຸນສົມບັດສິນທໍາປະຕິວັດ ມີແບບແຜນວິທີເຮັດວຽກ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແທດເໝາະກັບວິທະຍາສາດ, ຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງໃນໄລຍະໃໝ່ ພ້ອມກັນພັດທະນາກົມກອງໃຫ້ກ້າວໜ້າຂຶ້ນເລື່ອຍໆ.
ໂດຍ: ຈອນນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ