
ທາບທາມບຸກຄະລາກອນ ລົງສະໝັກຮັບເລືອກຕັ້ງເຂົ້າ ຄະນະບໍລິຫານງານພັກວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2024-07-11 15:40:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1459 | ຄວາມນິຍົມ:
ວັນທີ 10 ກໍລະກົດ 2024 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ດຳເນີນກອງປະຊຸມທາບທາມບຸກຄະລາກອນລົງສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກວິທະຍາຄານເຕັກນິກການທະຫານ ສະໄໝທີ III ຮອບທີ 2, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ອະນຸກຳມະການບຸກຄະລາກອນ ຂັ້ນກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ແສງຍືນລັດສະໝີ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ .
ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ວິຊາການ ກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງືອນໄຂ ຂອງຜູ້ທີ່ຈະລົງຮັບສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກ ວິທະຍາຄານເຕັກນິກການທະຫານ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ລະບອບປະຊາທິປະໄຕ ປະຊາຊົນຢ່າງໜັກແໜ້ນ, ມີຫຼັກໜັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ລັດທະທຳມະນູນ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ມີນ້ຳໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ສຸມສະຕິປັນຍາ ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ, ດ້ານຄວາມຮູ້ຄວາມສາມາດ, ມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມີລະດັບວິຊາສະເພາະໃດໜຶ່ງ, ມີແບບແຜນການນຳພາ-ບັນຊາ ທີ່ຖຶກຕ້ອງ ຕາມຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດເປັນຢ່າງດີ.
ຈາກນັ້ນ, ຜູ້ແທນສົມບູນກໍໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ວິທະຍາຄານເຕັກນັກການທະຫານ ສະໄໝທີ III ຮອບທີ 2 ແລະ ບ່ອນບັດທາມທາບບຸກຄະລາກອນ ຮັບສະມັກເຂົ້າເປັນຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ຮອບທີ 1 ໄດ້ສຳເລັດຕາມແຜນການ.
ໂດຍ ນ ໄຂຄຳ ພົມມະສານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ