ແຂ່ງຂັນກິລາມິດຕະພາບລະຫວ່າງສອງກອງທັບລາວ-ຈີນ
ເວລາອອກຂ່າວ: 2024-07-10 15:35:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1236 | ຄວາມນິຍົມ:
ໃນວັນທີ 9 ກໍລະກົດ 2024 ນີ້, ຢູ່ທີ່ສະໜາມກິລາວິທະຍາຄານນາຍທະຫານບົກກົມມະດໍາ ໄດ້ຈັດກິດຈະກໍາການແຂ່ງຂັນກິລາມິດຕະພາບລະຫວ່າງສອງກອງທັບລາວ-ຈີນ ຂຶ້ນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຮອງຊີ້ນໍາເນືິ້ອໃນ ແລະ ການຈັດຕັ້ງຊ້ອມຮົບ ຮ່ວມລາວ - ຈີນ “ ໂລ້ກໍາບັງມິດຕະພາບ-2024 ”, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການກອງປະຈໍາຮົງກົງ ເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ,ມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະຊີ້ນໍາລວມ, ຄະນະຮັບຜິດຊອບພ້ອມດ້ວຍນາຍ ແລະ ພົນທະຫານທັງສອງກອງທັບ ລາວ-ຈີນ ເຂົ້າຮ່ວມ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຂຶ້ນກ່າວເປີດການແຂ່ງຂັນກິລາມິດຕະພາບລະຫວ່າງສອງກອງທັບລາວ-ຈີນ ວ່າ: ການຈັດຕັ້ງກິດຈະກຳຂະບວນການແຂ່ງຂັນກິລາມິດຕະພາບຂອງພວກເຮົາໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວຂອງການເຝິກຊ້ອມຮ່ວມ, ແນໃສ່ສ້າງບັນຍາກາດເບີກບານມ່ວນຊື່ນ, ເປັນການຜ່ອນຄາຍຄວາມອິດເມື່ອຍຈາກການຫັດແອບເຝິກຊ້ອມຮ່ວມກັນ ແລະ ທັງເປັນການແລກປ່ຽນ, ຮັດແໜ້ນຄວາມສະໜິດສະໜົມ, ຄວາມຮັກແພງ, ຄວາມສາມັກຄີລະຫວ່າງສອງກຳລັງຂອງພວກເຮົາ ກໍຄືສາຍສໍາພັນແຫ່ງໄມຕີຈິດມິດຕະພາບອັນໜຽວແໜ້ນລະຫວ່າງສອງກອງທັບລາວ-ຈີນ,ຈີນ-ລາວໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ລວມມີ: 2 ປະເພດກິລາດ້ວຍກັນ ຄື: ບານເຕະ ແລະ ດຶງເຊືອກ ໃນນີ້ ຮູບການຈັດຕັ້ງການແຂ່ງຂັນແຕ່ລະປະເພດ ແມ່ນໄດ້ສະຫຼັບນັກກິລາທັງສອງກຳລັງຫຼິ້ນຮ່ວມກັນ ເພື່ອໃຫ້ກາຍເປັນກິດຈະກຳຂະບວນການກິລາມິດຕະພາບທີ່ແທ້ຈິງ ຜ່ານການແຂ່ງຂັນຕົວຈິງຍ່ອມມີແພ້ ,ມີຊະນະ ແຕ່ກໍ່ເປັນເກມກິລາທີ່ສ້າງຄວາມຮັກແພງອັນ ແໜ້ນແກ່ນ ແລະ ສະໜິດສະໜົມຂອງນັກກິລາສອງກອງທັບລາວ-ຈີນ ສ່ວນກອງເຊຍທັງສອງຝ່າຍກໍໄດ້ສົ່ງກໍາລັງໃຈຮ່ວມເຊຍນັກກິລາທີມຂອງຕົນດ້ວຍບັນຍາກາດທີ່ຄຶກຄື້ນ, ເບີກບານມ່ວນຊື່ນຕະຫຼອດການແຂ່ງຂັນ ເຮັດໃຫ້ການແຂ່ງຂັນກິລາມິດຕະພາບສອງກອງທັບລາວ-ຈີນ ຈີນ-ລາວ ຄັ້ງນີ້ ສໍາເລັດດ້ວຍໝາກຜົນຈົບງາມ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ