ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

5ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໂຮງງານ ອ 674 ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024
ເວລາອອກຂ່າວ: 2024-06-19 14:05:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1226 | ຄວາມນິຍົມ:



ວັນທີ17 ມີຖຸນາ 2024 ນີ້, 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໂຮງງານ ອ 674 ໄດ້ສະຫຼຸບກວດກາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຫົວໜ້າຄະນະກວດກາ ການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ມີຄະນະພັກຮາກຖານແລະຄະນະໜ່ວຍພັກ-ຄະນະອໍານວຍການໂຮງງານ ອ 674 ພ້ອມດ້ວຍພະນັກງານສະມາຊິກພັກສົມບຸນແລະສໍາຮອງເຂົ້າຮ່ວມຈຳນວນ 156 ສະຫາຍ. ສະຫາຍ ພັນໂທ ບຸນຈັນ ເມືອງວົງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງງານ ອ 674 ໄດ້ສະເໜີໃຫ້ຄະນະໜ່ວຍພັກທັງ 5 ໜ່ວຍພັກຂຶ້ນລາຍງານກ່ຽວກັບຜົນການຕີລາຄາຄຸນນະພາບການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕໍ່ກອງປະຊຸມເຫັນວ່າການຕີລາຄາຄຸນນະພາບຂອງບຸກຄົນແລະຂອງໜ່ວຍພັກຕາມ 5ເນື້ອໃນ ສະເລ່ຍຄະແນນບຸກຄົນຄະແນນ ສະເລ່ຍ 9,0-9,5 ເປັນສະມາຊິກພັກແຂງ ແລະ ຂັ້ນໜ່ວຍ, ໜ່ວຍພັກການເມືອງ-ພະລາ ລວມ 5 ເນື້ອໃນຄະແນນສະເລ່ຍ 9,5 ສະເໜີຮັບຮອງຄັ້ງທີ5, ໜ່ວຍພັກບົວລະບັດ-ສ້ອມແປງລວມ 5ເນື້ອໃນຄະແນນສະເລ່ຍ 9,5 ສະເໜີຮັບຮອງຄັ້ງທີ6, ໜ່ວຍພັກເຕັກນິກ-ຜະລິດລວມ 5ເນື້ອໃນຄະແນນສະເລ່ຍ 9,2 ສະເໜີຮັບຮອງຄັ້ງທີ1, ໜ່ວຍພັກສ້ອມແປງປືນໃຫຍ່ໜ້າດີນ-ປືນທະຫານຮາບ ລວມ 5 ເນື້ອໃນຄະແນນສະເລ່ຍ 9,5 ສະເໜີຮັບຮອງຄັ້ງທີ2 , ໜ່ວຍພັກກົນຈັກ-ຕີເຫຼັກອັດໜິບ ລວມ 5 ເນື້ອໃນຄະແນນສະເລ່ຍ 9,5 ສະເໜີຮັບຮອງຄັ້ງທີ1, ຫຼັງຈາກນັ້ນແຕ່ລະສະຫາຍສະມາຊິກພັກກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ແຕ່ລະເນື້ອໃນໃຫ້ໜັກແໜ້ນແລະໃຫ້ພ້ອມກັນປະຕິບັດໄດ້ 5ເນື້ອໃນຂອງພັກວາງອອກໃຫ້ປະກົດຜົນເປັນຈິງ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊູມຄັ້ງນີ້ກ່ອນອື່ນສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກອງປະຊູມ ແລະ ຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄະນະໜ່ວຍພັກ ປັບປຸງທັດສະນະແນວທາງປ່ຽນແປງໃໝ່ຂອງພັກ ຕອບຕ້ານໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນກອງທັບກໍ່ຄືກົມກອງຂອງພວກສະຫາຍສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ອ້າຍ ນ້ອງ ເປັນປົກກະຕິເຊື່ອມຊືມກໍາແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຕ່າງໆຂອງກອງທັບວາງອອກ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜນແລະຄຸນທາດການເມືອງ, ມີການສໍາຫຼວດກວດກາເອົາການດຳເນີນຊິວິດການເມືອງພາຍໃນໜ່ວຍພັກແລະຈຸພັກພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍແຕ່ລະໄລຍະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ