ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ວິທະຍາຄານການແພດກອງທັບ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2024-06-19 13:57:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1181 | ຄວາມນິຍົມ:



ວັນທີ14 ມິຖຸນາ 2024 ນີ້, ວິທະຍາຄານການແພດກອງທັບ ໄດ້ມອບເງິນນະໂຍບາຍອຸດໜູນພັກການແລະເງິນນະໂຍບາຍອຸດໜູນ ງວດII ປີ 2024, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຄະນະປະຈໍາພັກ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ມີຫ້ອງການ, ພະແນກການ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ໄຊສົງຄານ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບເງິນນະໂຍບາຍອຸດໜູນ ພັກການ ງວດII ປີ 2024, ອີງຕາມ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ, ອີງຕາມ ບົ່ງຈ່າຍເງິນສົດ ອຸດໜູນພັກການ, ອີງຕາມ ການສະເໜີຂໍອຸດໜູນຮັບເງິນບໍານານ, ພັກການຂອງນາຍ ແລະ ພົນທະຫານ ຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ; ຕົກລົງມອບເງິນນະໂຍບາຍ ອຸດໜູນພັກການ ຈໍານວນ 01 ສະຫາຍ ລວມເປັນເງິນ 17.671.972 ກີບ. ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ໄດ້ໂອ້ລົມຕໍ່ພາກສ່ວນທີ່ໄດ້ຮັບເງີນນະໂຍບາຍ ອຸດໜູນວ່າ: ການມອບເງີນນະໂຍບາຍ ອຸດໜູນ ດັ່ງກ່າວນີ້, ເປັນນະໂຍບາຍຂອງພັກ-ລັດການຈັດຕັ້ງຂັ້ນເທິງຕອບສະໜອງໃຫ້ຕາມລະບຽບຫຼັກການຢ່າງຖືກຕ້ອງ ແລະ ຫວັງວ່າ ບັນດາສະຫາຍຈະນໍາເອົາເງິນໃນຄັ້ງນີ້ໄປປະກອບເປັນທຶນຮອນ ເພື່ອປັບປຸງເຂົ້າໃນການແກ້ໄຂ ຊີວິດການເປັນຢູ່ຂອງຄອບຄົວ ແລະ ສືບຕໍ່ເປັນພົນລະເມືອງດີ, ເປັນແບບຢ່າງທີ່ດີ ໃຫ້ແກ່ສັງຄົມປະກອບສ່ວນເຂົ້າໃນອໍານາດການປົກຄອງ, ປະຕິບັດລະບຽບກົດໝາຍບ້ານເມືອງ, ສຸມໃສ່ໃນການສ້າງສາພັດທະນາປະເທດຊາດ. ໂດຍ: ຊ້ຽມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ