
ໝາກຜົນການນຳພາ ຂອງຄະນະພັກ ກອງພັນໃຫຍ່ 202 ກອງພົນທີ 2 ໃນໄລຍະ 5 ປີ
ເວລາອອກຂ່າວ: 2024-06-19 09:24:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 547 | ຄວາມນິຍົມ:
ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 202 ກອງພົນທີ 2 ໃຫ້ຮູ້ວ່າ: ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານແຕ່ລະດ້ານຂອງກົມກອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບໄດ້ຊີ້ນຳຂະແໜງກໍ່ສ້າງຮາກຖານລົງ ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແບບມູນເຊື້ອ ໃນ 13 ບ້ານຕາມການມອບໝາຍ ເພື່ອສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າໃນຂອບເຂດກົມກອງຮັບຜິດຊອບເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານພັດທະນາເສດຖະກິດແກ້ໄຂຊີ ວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ຈັດຕັ້ງລະບົບປະ ຈຳການເປັນລະບົບຄົບຊຸດ ເພື່ອກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ ໃນນັ້ນ, ໄດ້ຊ່ວຍກອບກູ້ໄພພິບັດນ້ຳຖ້ວມຢູ່ເມືອງໄຊຍະບູລີ 1 ຄັ້ງ, ອັກຄີໄພໄຟໄໝ້ເຮືອນຂອງປະຊາຊົນ 2 ຄັ້ງ, ລົມພາຍຸຢູ່ພາຍ ໃນກົມກອງ 3 ຄັ້ງ, ມອດໄຟໄໝ້ ລາມປ່າ ຈຳນວນ 6 ຄັ້ງ ໂດຍມີຄະນະປະຈຳການ, ສິດປະຈຳ ການ, ກຳລັງປະຈຳການ ແລະ ພາ ຫະນະປະຈຳການ 24 ຊົ່ວໂມງເພື່ອໃຫ້ທັນກັບສະພາບການ.
ດ້ານວຽກງານການນຳພາ ກໍ່ສ້າງພັກ-ພະນັກງານ ໄດ້ເອົາ ໃຈໃສ່ກໍ່ສ້າງພັກໃຫ້ເຂັ້ມແຂງ ໜັກແໜ້ນທັງ 4 ດ້ານຄື: ດ້ານ ການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນນຳພາ ຖືເອົາຄຸນນະພາບເປັນກົກບົນພື້ນຖານຢຶດໝັ້ນ 5 ຫຼັກການ 3 ທິດນຳຂອງພັກ ຍູ້ແຮງການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ປັດຈຸບັດ ກົມກອງ ມີ 1 ຄະນະພັກກອງພັນໃຫຍ່ ປະກອບມີ 3 ຄະນະພັກຮາກຖານ, ມີ 10 ໜ່ວຍພັກເອກະລາດ ແລະ 15 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 538 ສະຫາຍ, ຍິງ 13 ສະ ຫາຍ, ສຳຮອງ 37 ສະຫາຍ, ຍິງ 1 ສະຫາຍ. ຕີລາຄາຄຸນນະພາບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 14 ໜ່ວຍພັກ ເທົ່າ 56%, ສະມາຊິກພັກແຂງ 446 ສະຫາຍ ເທົ່າກັບ 82,89%, ກາງ 92 ສະຫາຍ ເທົ່າກັບ 17,11 %; ວຽກງານກໍ່ສ້າງພະນັກງານໄດ້ປະກາດການສັບຊ້ອນເຂົ້າໃນຕຳແໜ່ງງານຄົບຖ້ວນ ຕາມຫຼັກການຈັດຕັ້ງປະກອບ ພ້ອມນັ້ນ, ຍັງໄດ້ກໍ່ສ້າງພະນະງານ ສືບທອດປ່ຽນແທນໄດ້ຕາມເປົ້າໝາຍ ທັງກໍ່ສ້າງກັບທີ່ ແລະ ສົ່ງໄປບຳລຸງຍົກລະດັບທັງພາຍໃນ ແລະ ຕ່າງປະເທດ ຕາມຕົວເລກແບ່ງປັນຂອງຂັ້ນເທິງ ໃນນ້ີ, ຢູ່ພາຍໃນ ຈຳນວນ 29 ສະຫາຍ ແລະ ຕ່າງປະເທດ 4 ສະຫາຍ, ປະກາດການແຕ່ງຕັ້ງມອບ-ໝາຍໜ້າທີ່ຂັ້ນກອງພັນ 19 ຄັ້ງ ຈຳນວນ 19 ສະຫາຍ, ຂັ້ນກອງ ຮ້ອຍ 9 ຄັ້ງ ຈຳນວນ 91 ສະ ຫາຍ, ສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບຊັ້ນຈຳນວນ 539 ສະຫາຍ, ຍົກຂັ້ນເງິນເດືອນ 10 ສະຫາຍ, ພະນັກງານພັກການ ເຂົ້າຮັບບຳນານ ຈຳນວນ 8 ສະຫາຍ, ອຸດໜູນເທື່ອດຽວ ຈຳ ນວນ 114 ສະຫາຍ, ພັກປິ່ນປົວຍາວນານ 7 ສະຫາຍ ແລະ ປະ ຕິບັດນະໂຍບາຍສ້າງຄອບຄົວໃໝ່ 122 ຄູ່.
ວຽກງານປັບປຸງກໍ່ສ້າງກຳ ລັງໃຫ້ໜັກແໜ້ນ ເຂັ້ມແຂງ ໄດ້ຊີ້ນຳຂະແໜງກຳລັງພົນປັບປຸງການຈັດຕັ້ງບັນຊາຂັ້ນໝູ່ ແລະ ໝວດ ຮັບກຳລັງທະຫານໃໝ່ ຈຳ ນວນ 308 ສະຫາຍ, ພັນທະຕໍ່ ອາຊີບ 117 ສະຫາຍ, ຖືເອົາການດຳເນີນຊີວິດການເມືອງເປັນປົກກະຕິ ພ້ອມນັ້ນ, ຍັງໄດ້ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ກົດໝາຍ, ແຈ້ງການ ແລະ ເອກະ ສານສຳຄັນຕ່າງໆ ເຮັດໃຫ້ພະ ນັກງານ-ນັກຮົບ ມີຄວາມສະດຸ້ງ ໄວໃນການປະຕິບັດໜ້າທີ່ການ ເມືອງ; ຊີ້ນຳບັນດາພະແນກການຕ່າງໆ ເຄື່ອນໄຫວວຽກງານ ຂະບວນການໃນແຕ່ລະໄລຍະ ເປັນຕົ້ນແມ່ນຂະບວນການເຝິກ ແອບຮ່ຳຮຽນການເມືອງ-ການ ທະຫານ, ພະລາທິການ-ເຕັກນິກ ໃນນັ້ນ, ຍັງໄດ້ຈັດຕັ້ງຍິງເປົ້າໝາຍ ດ້ວຍລູກປືນແທ້, ຍຸດທະວິທີຂັ້ນກອງພັນ 1 ຄັ້ງ ຜົນໄດ້ຮັບ 75%, ຂັ້ນກອງພັນໃຫຍ່ 1 ຄັ້ງຜົນໄດ້ຮັບ 85%, ອົບຮົມໃຫ້ທະຫານໃໝ່ 2 ຄັ້ງ ຈຳນວນ 308 ສະຫາຍ.
ວຽກງານຮັບປະກັນສ້າງພະລາທິການ ໄດ້ຊຸກຍູ້ພະນັກ ງານ-ນັກຮົບ ເສີມຂະຫຍາຍມູນ ເຊື້ອດຸໝັ່ນຂະຫຍັນພຽນ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ ໃນນີ້, ກົມກອງໄດ້ເຮັດນາປູກເຂົ້າໃນເນື້ອທີ່ 25,13 ເຮັກຕາເກັບກູ້ໄດ້ 51.860 ໂຕນ ເປັນເງິນ 259.500.000 ກີບ, ປູກຕົ້ນໄມ້ກິນໝາກ 396 ຕົ້ນ, ປູກມັນຕົ້ນ ແລະ ສາລີໃນເນື້ອທ່ີ 27,77 ເຮັກຕາ ເກັບກູ້ໄດ້ 278.735 ໂຕນ ເປັນເງິນ 408.849.000 ກີບ, ປູກພືດຜັກຊະນິດຕ່າງໆ ໃນເຮືອນຮົ່ມເກັບກູ້ໄດ້ 16.458 ກິໂລກຣາມ ເປັນເງິນ 65.424.000 ກີບ, ຮັບປະກັນດ້ານຜັກກິນໄດ້ 83%, ມີງົວລ້ຽງ 247 ໂຕ, ເກີດໃໝ່ 114 ໂຕ, ຂາຍອອກ 25 ໂຕ ເປັນເງິນ 125.000.000 ກີບ, ຄວາຍ 27 ໂຕ ເກີດໃໝ່ 17 ໂຕ, ຂາຍອອກ 4 ໂຕ ເປັນເງິນ 52.000.000 ກີບ, ໜອງປາ 21 ໜອງ ປ່ອຍປາ12.000 ໂຕ, ສັດປີກຈຳນວນ 7.083 ໂຕ, ກົບ 3.000 ໂຕ, ແບ້ 66 ໂຕ, ໝູພັນ, ໝູລາດ 181 ໂຕ ເປັນເງິນ 199.100.000 ກີບ. ໃນ 5 ປີ ຜ່ານມາ ສາມາດສ້າງລາຍຮັບຈາກການຂາຍຜົນຜະລິດ ແລະ ສັດລ້ຽງ ເປັນເງິນຈຳນວນ 1.109.873.000 ກີບ, ຮັບປະກັນໄດ້ການກີນດື່ມ ນ້ຳສະອາດເພາະວ່າກົມກອງມີໂຮງງານນ້ຳດື່ມຂະໜາດນ້ອຍສາມາດກຸ້ມຕົນເອງໄດ້ ເຮັດໃຫ້ຊີວິການເປັນຢູ່ ຂອງພະນັກງານ-ນັກຮົບໃນກົມກອງດີຂຶ້ນ; ວຽກງານຮັບປະກັນເຕັກນິກ ໄດ້ເປັນເຈົ້າການປົກປັກຮັກສາພາຫະນະເຕັກນິກ, ບົວລະບັດຜັດເຊັດ, ຄຸ້ມຄອງພາຫະນະເຕັກນິກ ໂດຍມີລະບົບສາງຄັງເກັບມ້ຽນຢ່າງດີ, ການຮັບ-ຈ່າຍໃຫ້ຖືກຕາມລະ ບຽບຫຼັກການ, ສາມາດຮັບປະ ກັນກຽມພ້ອມສູ້ຮົບ ແລະ ອົບຮົມ-ຫັດແອບ.
ນອກນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ເອົາໃຈໃສ່ຊີ້ນຳອົງ ການຈັດຕັ້ງມະຫາຊົນເຄື່ອນໄຫວ ຕາມພາລະບົດບາດຂອງຕົນໃນການເປັນເສນາທິການໃຫ້ຄະນະພັກກອງພັນໃຫຍ່ໃນການເປັນກຳລັງແຮງຕົ້ນຕໍໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ ທົ່ວກອງພັນໃຫຍ່ ປະກອບມີ 1 ຂະແໜງຊາວໜຸ່ມ, ມີ 3 ຄະນະບໍລິຫານ, ມີ 12 ໜ່ວຍຊາວໜຸ່ມ, ມີ 15 ໜ່ວຍຊາວໜຸ່ມຂຶ້ນກັບຄະ ນະບໍລິຫານງານ, ຈຳນວນຊາວ ໜຸ່ມທົ່ວກອງພັນໃຫຍ່ 759 ສະ ຫາຍ, ຍິງ 28 ສະຫາຍ, ສະມາຊິກຊາວໜຸ່ມ 4 ບຸກ 268 ສະຫາຍ, ແຂງ 416 ສະຫາຍ, ກາງ 120 ສະຫາຍ, ໄດ້ຮັບໃບຢັ້ງຢືນ 4 ບຸກ 15 ໜ່ວຍ; ມີ 1 ຂະແໜງແມ່ຍິງ, ມີ 3 ໜ່ວຍ, ສະມາຊິກສະຫະພັນແມ່ຍິງທັງໝົດ 31 ສະຫາຍ, ແມ່ຍິງ 3 ດີ ປະເພດ I ຈຳນວນ 29 ສະຫາຍ, ປະເພດ II ຈຳນວນ 2 ສະຫາຍ.
ສັງລວມແລ້ວຈາກຜົນງານດັ່ງກ່າວນັ້ນ, ກົມກອງໄດ້ຮັບການຍ້ອງຍໍດັ່ງນີ້: ຫຼຽນໄຊປະເພດຕ່າງໆ 15 ໜ່ວຍ, ບຸກຄົນ 349 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 39 ໃບ, ບຸກຄົນ 33 ໃບຢ່າງໜ້າສັນລະເສີນ.
ໂດຍ: ສົມຄິດ ພູມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ