
ວິທະຍາຄານ ເຕັກນິກການທະຫານ ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີ III ຮອບທີ 1
ເວລາອອກຂ່າວ: 2024-06-19 09:12:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 394 | ຄວາມນິຍົມ:
ວັນທີ 12 ມິຖຸນາ 2024 ນີ້, ວິທະຍາຄານ ເຕັກນິກການທະຫານ ໄດ້ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີ III ຮອບທີ 1, ໂດຍການ ເປັນປະທານ ຂອງສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານ ເຕັກນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ .
ສະຫາຍ ພັນໂທ ສົມເພັດ ຈັນທະພິມ ວິຊາການກົມຈັດຕັ້ງພັກ ໄດ້ຜ່ານມາດຖານເງືອນໄຂ ຂອງຜູ້ທີ່ຈະຮັບສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ວິທະຍາຄານ ເຕັກນິກການທະຫານ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ລະບອບປະຊາທິປະໄຕປະຊາຊົນ ຢ່າງໜັກແໜ້ນ, ມີຫຼັກໜັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ມີນຳໃຈເສຍສະຫຼະ ເພື່ອຊາດເພື່ອປະຊາຊົນ, ສຸມສະຕິປັນຍາ, ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ, ດ້ານຄວາມຮູ້ ຄວາມສາມາດ, ມີຄວາມຮູ້ພື້ນຖານກ່ຽວກັບ ລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມີລະດັບວິຊາສະເພາະໃດໜຶ່ງ, ມີແບບແຜນການນຳພາ-ບັນຊາ ທີ່ຖຶກຕ້ອງ ຕາມຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດເປັນຢ່າງດີ.
ຈາກນັ້ນ, ຜູ້ແທນສົມບູນ ໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ວິທະຍາຄານ ເຕັກນັກການທະຫານ ສະໄໝທີ III ຮອບທີ 1 ໄດ້ສຳເລັດຕາມແຜນການ.
ໂດຍ: ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ