ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ ຄັ້ງ​ທີ VIII ທົ່ວ​ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2024-06-19 09:08:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 429 | ຄວາມນິຍົມ:



ໃນ​ວັນ​ທີ 13 ມິຖຸນາ 2024 ນີ້, ສະຫະພັນ​ແມ່ຍິງ​ ກອງພັນ​ໃຫຍ່ 605 ໄດ້​ເປີດ​ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ ຄັ້ງ​ທີ VIII ໃນ​ໄລຍະ 5 ປີ (2019-2024) ແລະ ວາງ​ທິດ​ທາງ​ແຜນການ​ຕໍ່ໜ້າ (2024- 2029), ໂດຍ​ການ​ເປັນ​ປະທານ ຂອງ ​ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ, ມີ​ສະຫາຍ ພັນ​ໂທ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ພະແນກການ​ເມືອງ, ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ, ພະນັກ​ງາ​ອາວຸໂສ​ບຳນານ, ແຂກ​ຖືກ​ເຊີນ ແລະ ຜູ້​ແທນ​ກອງ​ປະຊຸມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ພົມ​ວິໄລ ຄຳ​ປັນຍາ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 605 ໄດ້​ສະຫຼຸບ​ຕີ​ລາຄາ ການເຄື່ອນໄຫວ​ວຽກ​ງານ​ຮອບ ດ້ານ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ການເມືອງ ຂອງ​ຕົນ ໃນ​ໄລຍະ 5 ປີຜ່ານມາ, ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ກໍ​ຄື​ຄະນະ​ນຳ​ແມ່ຍິງ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທຽງ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ ຂອງ​ພັກ-ລັດ, ຂໍ້​ກຳນົດ,​ ກົດ​ລະບຽບ ​ຂອງ​ພັກ-ລັດ, ຂອງ​ກອງທັບ ແລະ ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ແມ່ຍິງ​ລາວ​ວາງ​ອອກ ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ ແລະ ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ເຮັດ​ໃຫສະຫະພັນ​ແມ່ຍິງ​ໄດ້​ຮັບ​ນະໂຍບາຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ຕຳແໜ່ງ​ຫຼາຍ​ສະຫາຍ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ III ຈຳນວນ 7 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ ຊັ້ນ III ຈຳນວນ 5 ສະຫາຍ, ຫຼຽນ​ກາ​ແຮງ​ງານ 24 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 30 ສະຫາຍ, ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 14 ສະຫາຍ ແລະ ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 16 ສະຫາຍ, ແມ່ຍິງ 3 ດີ​ປະເພດ I ຈຳນວນ 119 ສະຫາຍ, ປະເພດ II ຈຳນວນ 9 ສະຫາຍ, ພົນລະເມືອງ​ດີ 128 ສະຫາຍ, ພັດທະນາ​ດີ 119 ສະຫາຍ, ສ້າງ​ຄອບຄົວ​ດີ 119 ສະຫາຍ, ໜ່ວຍ 3 ດີ 9 ໜ່ວຍ, ມີ​ຄອບຄົວ​ຕົວ​ແບບ 1 ຄອບຄົວ. ພ້ອມ​ນີ້, ກອງ​ປະຊຸມ ຍັງ​ໄດ້​ຜ່ານ​ບົດ​ລາຍ​ງານ​ແຜນ​ພັດທະນາ​ຂອງ​ສະຫະພັນ​ແມ່ຍິງ​ກອງພັນ​ໃຫຍ່ 605 ໃນ​ໄລຍະ 5 ປີ (2019-2024) ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຜນ​ພັດທະນາ ຂອງ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ 10 ແຜນ​ງານ 54 ໂຄງການ ກໍ​ຄື 9 ແຜນ​ງານ 38 ໂຄງການ ຂອງ​ຂະແໜງ​ສະຫະພັນ​ແມ່ຍິງ​ກອງ ພັນ​ໃຫຍ່​ວາງ​ອອກ ເພື່ອ​ເສິມ​ຂະຫຍາຍ​ດ້ານ​ດີ ແລະ ແກ້​ໄຂ​ດ້ານ​ອ່ອນ​ໃຫ້​ໄດ້​ຮັບ​ຜົນ​ດີ​ຂຶ້ນ​. ໂອກາດ​ນີ້, ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ບັນດາ​ຫົວໜ່ວຍ​ກົມ​ກອງ, ຄະນະ​ນຳ​ແມ່ຍິງ ແລະ ສະມາຊິກ​ສະຫະພັນ​ແມ່ຍິງ ແຕ່​ລະ​ສະຫາຍ ສືບຕໍ່​ປະຕິບັດ​ຂໍ້​ກຳນົດ, ​ກົດ​ລະບຽບ​ ຂອງ​ພັກ-ລັດ, ຂອງ​ກອງທັບ, ຂໍ້​ກຳນົດ, ​ກົດ​ລະບຽບ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ, ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ສະມາຊິກສະຫະແມ່ຍິງ ​ມີ​ແນວ​ຄິດ​ການ​ໜັກ​ແໜ້ນ, ມີ​ຄວາມ​ຮັບ ຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ສູງ​ຂຶ້ນ​ກວ່າ​ເກົ່າ, ເພີ່ມ​ທະວີ​ຕັ້ງໜ້າ​ປະຕິບັດ​ວຽກ​ງານ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ 3 ດີ ໃຫ້​ມີທັງ​ປະລິມານ ແລະ ຄຸນ​ນະ​ພາບ​ສູງ​ຂຶ້ນ. ພ້ອມ​ກັນ, ເອົາໃຈໃສ່​ຄົ້ນຄວ້າ​ເຊື່ອມ​ຊຶມ​ກຳ​ແໜ້ນ​ທິດ​ທາງ​ແຜນການ ແລະ ແຜນ​ພັດທະນາ​ແມ່ຍິງ​ໃນຕໍ່ໜ້າ ໄປ​ຈັດ​ຕັ້ງ​ປະຕິບັດ​ຜັນ​ຂະຫຍາຍ​ໃຫ້​ມີ​ປະ​ສິດທິ​ຜົນ ແລະ ມີ​ຜົນສຳເລັດ​ສູງ. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ ພາບໂດຍ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ