
ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ເປີດການສອບເສັງຈົບຊັ້ນໃຫ້ນັກຮຽນນາຍສິບ ຊຸດທີ 37
ເວລາອອກຂ່າວ: 2024-06-19 08:51:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 333 | ຄວາມນິຍົມ:
ໂຮງຮຽນກໍ່ສ້າງນາຍສິບ
ເລກ 1 ໄດ້ເປີດການສອບເສັງຈົບຊັ້ນໃຫ້ນັກຮຽນນາຍສິບ ຊຸດທີ 37 ສົກຮຽນ 2023-2024, ໃນວັນທີ 13 ມິຖຸນາ 2024, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນ,ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, 4 ກອງພັນ, ກອງຮ້ອຍ, ຄູ-ອາຈານ, ພາກສ່ວນຮັບໃຊ້ ແລະ ນັກຮຽນນາຍສິບ ຊຸດທີ 37 ເຂົ້າຮ່ວມ.
ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານແຜນການອະນຸມັດ ຂອງກົມໃຫຍ່ເສນາທິການກອງທັບ ແລະ ຂໍ້ກຳນົດ, ກົດລະບຽບ, ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງປະທານ, ຄະນະປະທານ, ອະນຸກຳມະການ ແລະ ພາກສ່ວນຮັບໃຊ້ການສອບເສັງຈົບຊັ້ນໃຫ້ແກ່ນັກຮຽນນາຍສິບ ຊຸດທີ 37 ສົກຮຽນ 2023-2024. ບັ້ນສອບເສັງໃນຄັ້ງນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 290 ສະຫາຍ, ມີ 5 ວິຊາສອບເສັງຄຶ: ຍຸດທະວິທີ, ສິລະປະຍຸດ, ການເມືອງ, ລະບຽບງົດງາມ ແລະ ປືນໃຫຍ່ແບກຫາບ ໄດ້ເລີ່ມຈັດຕັ້ງສອບເສັງ ນັບແຕ່ວັນທີ 13-21 ມິຖຸນາ 2024 ຈຶ່ງຈະສຳເລັດຕາມແຜນການ. ເພື່ອເປັນການທົບທວນຄືນບົດຮຽນທັງໝົດທີ່ໄດ້ຮຽນມາ ແລະ ວັດແທກຢັ້ງຢືນດ້ານລະດັບຄວາມຮູ້ ຄວາມສາມາດໃນການເກັບກຳດ້ານເນື້ອໃນບົດຮຽນທາງດ້ານທິດສະດີ, ຫຼັກການ ກໍຄືພາກປະ ຕິບັດຕົວຈິງໃນສະໜາມ ແລະ ເປັນການທົດສອບຄວາມຮູ້ທີ່ຕົນໄດ້ສຶກສາຮໍ່າຮຽນມາເພື່ອທີ່ຈະຍາດເອົາຄະແນນດີເດັ່ນໃນບັ້ນສອບເສັງນີ້ ແລະ ນຳເອົາໝາກຜົນທີ່ຕົນເກັບກ່ຽວໄດ້ໄປພັດທະນາກົມກອງຂອງຕົນໃນສະເພາະໜ້າໃຫ້ມີທ່າກ້າວ ແລະ ພັດທະນາຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດປ່ຽນແທນໃນອະນາຄົດ.
ໂດຍ: ນາງ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ