
ສານທະຫານ ແລະ ອົງການໄອຍະການທະຫານພາກເໜືອ ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2024-06-19 08:48:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:
ສານທະຫານພາກເໜືອ ແລະອົງການໄອຍະການທະຫານພາກເໜືອ ໄດ້ເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ຕັກນິກ ປະຈຳປີ 2024, ໃນວັນທີ 13 ມິຖຸນາ 2024, ໂດຍການເປັນປະທານຂອງະຫາຍ ພັນໂທ ໄຊຍະພອນ ພິຈິດ ປະທານສານທະຫານພາກເໜືອ, ມີ ສະຫາຍ ພັນໂທ ອ່ອນແກ້ວ ໄຊພູວັນ ຫົວໜ້າອົງການໄອຍະການທະຫານພາກເໜືອ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ນິດຕ່າ ໄຊບູນມີ ຮອງຫົວໜ້າພະແນກແຜນການ-ສັງລວມສານທະຫານພາກເໜືອ ໄດ້ຜ່ານແຜນການອົບຮົມ-ຫັດແອບ ເພື່ອແນໃສ່ປັບປຸງກຳລັງປະກອບອາວຸດມີຄວາມເຂັ້ມແຂງ ໜັກແໜ້ນ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງສັດຕູ ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ຂອງນາຍ
ແລະ ພົນທະຫານໃຫ້ມີສຸຂະພາບແຂງແຮງສົມບູນ ກຽມພ້ອມເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕາມແຜນການຈະໄດ້ອົບຮົມວຽກງານການເມືອງ, ຮຽນ 7 ລະບອບ 18 ວຽກ, ວິໄນ 8 ຂໍ້, ຄຳປະຕິຍານ 8 ຂໍ້ ແລະ ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ, ຫັດແອບລະບຽບຮູບແຖວຄົງທີ່-ເຄື່ອນທີ່ຂັ້ນຕ່າງໆ, ອົບຮົມຄຸນຄ່າສະມັດຕະພາບປືນຊະນິດຕ່າງໆ, ຫັດແອບກິລາ 3 ວິຊາການທະຫານສົມທົບ, ຮຽນເລັ່ງປືນ ແລະ ປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ ເຊິ່ງການອົບຮົມຈະໃຊ້ເວລາ 31 ວັນ ຈຶ່ງຈະສຳເລັດ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ