
ສຸມໃສ່ວຽກງານກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບ
ເວລາອອກຂ່າວ: 2024-06-18 09:07:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ:
ສະຫາຍ ພັນໂທ ບຸນເດີມ ດວງຈຳປາ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2, ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ເພື່ອຮັບປະກັນເຮັດໃຫ້ວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ ຄະນະພັກ-ຄະນະຫ້ອງການເມືອງໄດ້ຖືວຽກງານປັບປຸງກໍ່ສ້າງພັກເປັນເສນາທິການໃຫ້ຄະນະພັກກອງພົນ ເປັນວຽກງານສຳຄັນ ໂດຍເລັ່ງໃສ່ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນພື້ນຖານສຳຄັນ ແລະ ເປີດບັ້ນເຝິກອົບຮົມການກວດສອບເລຂາ, ຮອງເລຂາ ໃຫ້ຄະນະພັກແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ແກ່ການນຳພາ-ບັນຊາຢູ່ຂັ້ນອົງການ ແລະ ກົມກອງຮາກຖານ ມີຄວາມເຂັ້ມແຂງ ເພາະວ່າວຽກງານກໍ່ສ້າງພັກ-ພະນັກງານເປັນວຽກງານຕັດສິນຜົນໄດ້, ຜົນເສຍ ແລະ ຜົນສຳເລັດ ຂອງກົມກອງ.
ປັດຈຸບັນ, ຄະນະພັກກອງພົນທີ 2 ປະກອບມີ 1 ຄະນະພັກກອງພົນ, ມີ 2 ຄະນະພັກ ກອງພັນໃຫຍ່, ມີ 20 ຄະນະພັກຮາກຖານ, ມີ 111 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2.769 ສະຫາຍ, ຍິງ 256 ສະຫາຍ, ສະມາຊິກພັກສົມບູນ 2.489 ສະຫາຍ, ຍິງ 248 ສະຫາຍ, ສະມາຊິກພັກສຳຮອງ 280 ສະຫາຍ, ຍິງ 8 ສະຫາຍ ແລະ ໄດ້ຮັບການຕິລາຄາແບ່ງປະເພດຈາກຄະນະພັກຂັ້ນເທິງເປັນສະມາຊິກພັກແຂງ 2.336 ສະຫາຍ, ຍິງ 218 ສະຫາຍ, ກາງ 433 ສະຫາຍ, ຍິງ 38 ສະຫາຍ ແລະ ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 65 ໜ່ວຍພັກ ເທົ່າກັບ 58,55%, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ຄັ້ງຕິດຕໍ່ກັນ 17 ໜ່ວຍ, 4 ຄັ້ງຕິດຕໍ່ກັນ 13 ໜ່ວຍພັກ, 3 ຄັ້ງຕິດຕໍ່ກັນ ມີ 23 ໜ່ວຍພັກ, 2 ຄັ້ງຕິດຕໍ່ກັນ ມີ 9 ໜ່ວຍພັກ ແລະ 1 ຄັ້ງຕິດຕໍ່ກັນ ມີ 3 ໜ່ວຍພັກ.
ສະຫາຍ ພັນໂທ ບຸນເດີມ ດວງຈຳປາ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໄດ້ດຳເນີນຖືກຕາມທິດຊີ້ນຳ ແລະ ກອງປະຊຸມໃຫຍ່ ຂອງສະມາຊິກພັກທົ່ວກອງພົນທີ 2 ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ຄະນະພັກກອງພົນ ໄດ້ນຳພາ-ຊີ້ນຳຄະນະພັກຂັ້ນຕ່າງໆເປີດກອງປະຊຸມໃຫຍ່ສະມາຊິກພັກຢູ່ຂັ້ນຮາກຖານຂອງຕົນ ສຳເລັດຕາມແຜນການ ຍັງມີພຽງແຕ່ຄະນະພັກ ກອງພັນໃຫ່ຍ 201 ທີ່ຈະເປີດຂຶ້ນໃນມໍ່ໆ ນີ້ ໃຫ້ສຳເລັດຕາມແຜນການເພື່ອກະກຽມກອງປະຊຸມໃຫຍ່ ຂອງຄະນະພັກກອງພົນທີ 2 ໃນຕໍ່ໜ້າຕາມແຜນການ ຂອງຂັ້ນເທິງ ຄະນະພັກໄດ້ຖືສຳຄັນໃນການປັບປຸງກົງຈັກການຈັດຕັ້ງພັກ, ການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ຖືວຽກງານນີ້ເປັນແຖວໜ້າໂດຍສະເພາະແມ່ນໄດ້ປັບປຸງບູລະນະການຈັດຕັ້ງພັກໃຫ້ໜັກແໜ້ນ ເຂັ້ມແຂງ ທັງ 4 ດ້ານຄື: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ມີການສັບຊ້ອນປັບ
ປຸງ, ມີຜູ້ອອກ-ຜູ້ເຂົ້າ, ມີຜູ້ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ຍົກຍ້າຍມາໃໝ່ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະນັ້ນ, ວຽກງານກໍ່ສ້າງພັກ-ພະນັກງານ ຈິ່ງເປັນວຽກງານຕັດສີນຊີ້ຂາດທຸກຂົງເຂດວຽກງານລວມຂອງກົມກອງ.
ປັດຈຸບັນຢູ່ກອງພົນທີ 2 ການກໍ່ສ້າງພະນັກງານແມ່ນເລັ່ງໃສ່ກໍ່ສ້າງພະນັກງານສຶບທອດປ່ຽນແທນ 3 ຮຸ່ນຄື: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ.
ໂດຍ: ສົມຄິດ ພູມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ