ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ການ​ສ້າງ​ພະລາທິການ​ກັບ​ທີ່ ຢູ່ກອງພັນ 609 ໄດ້​ຮັບ​ໝາກຜົນ​ສູງ
ເວລາອອກຂ່າວ: 2024-06-18 09:04:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ສະຫາຍ ພັນ​ຕີ ດວງ​ສີ ລໍ​ວິຈິດ ຫົວໜ້າ​ຂະແໜງ​ພະລາທິການ ກອງພັນ 609 ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົກອງທັບ​ວ່າ: ກອງພັນ 609 ຕັ້ງ​ຢູ່​ທິດເໜືອ​ ຂອງ​ຕົວ​ເມືອງ​ໄຊ​ຍະ​ບູ​ລີ, ມີ​ແມ່ນ້ຳ​ຮຸ່ງ​ໄຫຼ​ຜ່ານ ເຊິ່ງ​ເໝາະ​ສົມ​ແກ່​ການ​ປູກຝັງ-ລ້ຽງສັດ, ຍ້ອນ​ທີ່​ຕັ້ງ​ຂອງ​ກົມ​ກອງ ມີ​ທ່າແຮງ​ບົ່ມ​ຊ້ອນ​ຄື​ດັ່ງກ່າວ ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ພະລາທິການ ກອງ​ບັນຊາ​ການທະຫານ​ແຂວງ​ໄຊ​ຍະ​ບູ​ລີ ກໍ​ຄື ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 609 ​ໄດ້​ເອົາໃຈໃສ່​ຊຸກຍູ້​ສົ່ງເສີມວຽກ​ງານປູກຝັງ-ລ້ຽງສັດ ເພື່ອ​ຮັບປະກັນ​ທາງ​ດ້ານ​ສະບຽງ​ອາຫານ ກໍ​ຄືການ​ຮັບປະກັນ​ວຽກ​ງານ​ລ້ຽງ​ດູ​ທັບ ແລະ ສ້າງ​ພະລາທິການ​ກັບ​ທີ່ ຕາມ​ທິດ​ນຳ ເພິ່ງຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ດັ່ງນັ້ນ, ກົມ​ກອງ​ຈຶ່ງ​ໄດ້​ປຸກລະດົມ​ຊຸກຍູ້ພະນັກງານ-ນັກຮົບ ສຸມ​ໃສ່​ຂະ​ບວນ​ການ​ເພີ່ມ​ພູນ​ຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ຂອງ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ ໃຫ້​ນັບມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ແລະ ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ ໃຫ້​ມີ​ໂສມ​ໜ້າ​ໃໝ່. ເຊິ່ງ​ໃນ​ປີ 2023 ຜ່ານ​ມາ, ວຽກ​ງານ​ປູກຝັງ ກົມ​ກອງ​ໄດ້​ປູກ​ມັນຕົ້ນ ຈຳນວນ 7 ເຮັກຕາ​ເກັບ​ກູ້​ມັນຕົ້ນ​ຂາຍ​ໄດ້ 64.000 ກິ​ໂລ​ກຣາມ ເປັນ​ເງິນ 76.800.000 ກີບ, ມີ​ຕົ້ນ​ຢາງພາລາ 1.203 ຕົ້ນ ເກັບ​ກູ້​ຢາງ ພາລາ​ຂາຍ​ໄດ້ 5.144 ກິ​ໂລກຣາມ ເປັນ​ເງິນ 63.300.000ກີບ, ມີ​ຕົ້ນ​ໝາກມ່ວງ 167 ຕົ້ນ, ຕົ້ນ​ໝາກມີ້ 155 ຕົ້ນ, ມີ​ຕົ້ນ​ກ້ວຍ 500 ຕົ້ນ, ຕົ້ນ​ລຳໄຍ 55 ຕົ້ນ, ຕົ້ນ​ໝາກ​ສີດາ 122 ຕົ້ນ, ຕົ້ນ​ໝາກຫຸ່ງ 25 ຕົ້ນ, ຕົ້ນໄມ້​ປະດັບ​ມີ 155 ຕົ້ນ ແລະ ປູກ​ພືດ​ກິນ​ໝາກ​ຊະນິດ​ຕ່າງໆ ຈຳນວນ​ໜຶ່ງ ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ເຮັດ​ສວນ​ຜັກ​ໃນ​ຮົ່ມ ຈຳນວນ 24 ຫຼັງ, ເນື້ອທີ່ 0,4 ເຮັກຕາ ສາມາດ​ສະໜອງ​ພືດ​ຜັກ​ຊະນິດ​ຕ່າງໆ ເຂົ້າ​ເຮືອນຄົວ​ລວມ​ໄດ້ 1.440 ກິ​ໂລກຣາມ ແລະ ຂາຍ​ສົ່ງ​ອອກ ​ຕາມ​ທ້ອງ​ຕະຫຼາດ 2.556 ກິ​ໂລກຣາມ ເປັນ​ເງິນ 75.600.000 ກີບ, ດ້ານ​ວຽກ​ງານ​ລ້ຽງສັດ ໄດ້​ເອົາໃຈໃສ່​ເບິ່ງແຍງ​ສັດລ້ຽງ​ຢ່າງ​ໃກ້ຊິດ, ທົ່ວ​ກອງພັນ​ມີ ງົວ​ລ້ຽງ 30 ໂຕ, ເກີດເພີ່ມ​ໃໝ່ 4 ໂຕ ແລະ ຂາຍ​ອອກ​ແລ້ວ​ຈຳນວນ​ໜຶ່ງ ໄດ້​ເງິນ 121.965.000 ກີບ, ມີ​ເປັດ-ໄກ່ ຈຳນວນ 231 ໂຕ, ລ້ຽງ​ກົບ 800 ໂຕ ຂາຍ​ອອກ​ໄດ້​ເງິນ 8.000.000 ກີບ. ໂດຍ​ສັງ​ລວມ​ແລ້ວ ໃນ​ໄລຍະ 1 ປີຜ່ານມາ ກອງພັນ 609 ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້​ທັງ​ໝົດ 484.020.000 ກີບ ໃນ​ນັ້ນ, ມີ​ລາຍ​ຮັບ​ຈາກ​ການ​ປູກຝັງ 75.600.000 ກີບ, ຈາກ​ການ​ຂາຍ​ສັດລ້ຽງ 156.000.000 ກີບ, ຈາກ​ການ​ຂາຍ​ຢາງພາລາ 63.300.000 ກີບ ແລະ ລາຍ​ຮັບ​ຈາກ​ແຫຼ່ງ​ອື່ນໆ ​ອີກ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ