
ປີດຊຸດອົບຮົມ-ຫັດແອບສ້າງບ້ານປອມໝັ້ນກຸ່ມບ້ານສູ້ຮົບຕິດລຽນຢູ່ກຸ່ມບ້ານ ນາຄຳ
ເວລາອອກຂ່າວ: 2024-06-17 15:01:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1772 | ຄວາມນິຍົມ:
ພິທີປິດຊຸດອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານນາຄຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ15 ມິຖຸນາ 2024, ຢູ່ທີ່ສະໂມສອນຂອງບ້ານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ບຸນຕຽມ ສຸພົນທອງ ຮອງເລຂາພັກເມືອງຮຸນ, ມີຄະນະພັກ-ຄະນະບັນຊາ 2 ກອງບັນຊາການທະຫານ-ຕໍາຫຼວດ, ອຳນາດການປົກຄອງບ້ານ 4 ບ້ານ, ເຖົ່າແກ່ແນວໂຮມ, ສອງອົງການຈັດຕັ້ງມະຫາຊົນ, ຄູອາຈານ, ກຳລັງກອງຫຼອນ, ແຂກທີ່ຖືກເຊີນແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນທໍາ ໄຊຍະຫຼວງ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ, ພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນໃນໄລຍະ15 ວັນຜ່ານມາ, ເຊິ່ງກຸ່ມບ້ານນາຄຳ ມີເນື້ອທີ່ທັງໝົດ 13,151 ເຮັດຕາ, ມີປະຊາກອນທັງໝົດ 6,077 ຄົນ, ຍິງ 2,996 ຄົນ, ມີ 1,207 ຫຼັງຄາເຮືອນ, ມີ 1,410 ຄອບຄົວ, ມີ 1 ໜ່ວຍຄະນະພັກຮາກຖານກຸ່ມບ້ານ, ປະກອບມີ 12 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 191 ສະຫາຍ, ຍິງ 38 ສະຫາຍ ແລະ ມີ 1 ກອງຮ້ອຍກອງຫຼອນ, ມີ 3 ໝວດ, 9 ໝູ່ ແລະ 1 ກອງຮ້ອຍປ້ອງກັນຕົວ, ມີຈໍານວນພົນທັງໝົດ 112 ສະຫາຍ, ຜ່ານການອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນ ພາກການເມືອງໄດ້ 85,5%, ພາກຫັດແອບໃນຮົມໄດ້ 85%, ພາກຫັດແອບຢູ່ສະໜາມໄດ້ 78%. ສະເລ່ຍຜົນໄດ້ຮັບແມ່ນ 82,83%. ຫຼັງຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການທະຫານແຂວງອຸດົມໄຊວ່າດ້ວຍການມອບໃບຍ້ອງຍໍລວມໝູ່ ແລະ ໃຫ້ບຸກຄົນຈຳນວນ 50 ໃບ.
ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ກຳລັງກອງຫຼອນ-ປ້ອງກັນບ້ານແລະປະຊາຊົນບັນດາເຜົ່າ, ຕ້ອງກໍາແໜ້ນທິດສະດີຫຼັກການ, ບັນດາເນື້ອໃນເພື່ອເປັນພື້ນຖານໃນການຊີ້ນຳ-ນໍາພາໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ເພີ່ມທະວີຄວາມສາມັກຄີອັນດີງາມໃຫ້ເປັນປຶກແຜ່ນແໜ້ນໜາ, ປຸກລະດົມປະຊາຊົນບັນດາເຜົ່າໃຫ້ເຊື່ອມຊຶມຢ່າງເລິກເຊີງຕໍ່ແນວແຜນທາງນະໂຍບາຍຂອງພັກ, ເດັດດຽວຕອບຕ້ານທຸກກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ປະຕິບັດຕາມແນວທາງຂອງພັກ-ກົດໝາຍຂອງລັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ຮັບປະກັນວຽກງານ ປກຊ-ປກສ ຢູ່ຂັ້ນພື້ນຖານເຄື່ອນໄຫວຕໍ່ເນື່ອງ, ເຮັດໃຫ້ພື້ນຖານມີຄວາມສະຫງົບປອດໄພ100 %.
ເມືອງຮຸນ ແຂວງອຸດົມໄຊ
ຂ່າວ-ພາບ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ