
ກອງບັນຊາການທະຫານ ແຂວງຫຼວງພະບາງ ຕ້ອນຮັບຄະນະຜູ້ແທນ ຄະນະຊີ້ນໍາ 515 ທະຫານເຂດ 2 ແຫ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2024-06-17 14:55:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 949 | ຄວາມນິຍົມ:
ໃນລະຫ່ວາງວັນທີ15-16 ມິຖຸນາ 2024 ນີ້, ສະຫາຍ ພົນຈັດຕະວາ ຫງວຽນ ຮົ່ງ ທ້າຍ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ແຫ່ງ ສສ ຫວຽດນາມ ພ້ອມຄະນະໄດ້ເດີນທາງມາພົບປະຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍມີ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງຫຼວງພະບາງ ພ້ອມຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນພິທີ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ລາຍງານຈຸດພິເສດທີ່ຕັ້ງ, ພາລະບົດບາດ, ການພັດທະນາເສດຖະກິດ-ສັງຄົມ ແລະ ໝາກຜົນການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງສອງພັກ-ສອງລັດ, ພ້ອມທັງໄດ້ນໍາສະເໜີຄະນະຜູ້ແທນຂອງຕົນໃຫ້ກັນແລະກັນຮັບຊາບ, ໂອກາດນີ້ ສະຫາຍ ພົນຈັດຕະວາ ຫງວຽນ ຮົ່ງ ທ້າຍ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ແຫ່ງ ສສ ຫວຽດນາມ ກໍໄດ້ນໍາສະເໜີຄະນະຜູ້ແທນແລະຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້, ຈາກນັ້ນທັງສອງຝ່າຍຍັງໄດ້ພົບປະແລກປ່ຽນສະພາບ ການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ການພັດທະນາເສດຖະກິດສັງຄົມແລະການເຄື່ອນໄຫວປະຕິບັດໜ້າທີ່ວຽກງານປ້ອງກັນຊາດໃນໄລຍະຜ່ານມາ, ພ້ອມທັງໄດ້ອວຍພອນສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດແລະສອງກອງທັບປະຊາຊົນລາວ- ຫວຽດນາມ, ໂດຍສະເພາະແມ່ນສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ຈົງໝັ້ນຄົງທະນົງແກ່ນຊົ່ວກາລະນານ ຕອນທ້າຍທັງສອງຝ່າຍຍັງໄດ້ມອບຂອງທີ່ລະນຶກໃຫ້ກັນ ແລະກັນຕື່ມອີກ.
ຂ່າວ: ບຸນເພັງ ວົງແກ້ວມະນີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ