ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ມອບ-ຮັບ ຂອບເຂດການຄຸ້ມຄອງປ້ອງກັນຊາຍແດນແຫ່ງຊາດ ລະຫວ່າງ ງໍ103 ແລະ ຄໍ233
ເວລາອອກຂ່າວ: 2024-06-17 14:53:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1203 | ຄວາມນິຍົມ:



ໃນວັນທີ 13 ມິຖຸນາ 2024 ນີ້, ຢູ່ທີ່ກອງຮ້ອຍຊາຍແດນ232 ໄດ້ມອບ-ຮັບຂອບເຂດການຄຸ້ມຄອງປ້ອງກັນຊາຍແດນແຫ່ງຊາດ ລະຫວ່າງ ງໍ103 ແລະ ຄໍ233 ຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີສະຫາຍ ພັນເອກ ອຳພັນ ໄຊຍາສົມບັດ ຮອງກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ພ້ອມຄະນະ, ເຈົ້າເມືອງເມືອງໝື່ນ, ເຈົ້າເມືອງເມືອງຊະນະຄາມ, ຕາງໜ້າຫ້ອງວ່າການແຂວງ, ຄະນະພັກຄະນະບັນຊາກອງບັນຊາການທະຫານແຂວງ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ອົງການ 05 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສຸດທາ ສີສະຫຼາດ ຫົວໜ້າຫ້ອງເສນາທິການທະຫານແຂວງວຽງຈັນ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມໃຫຍ່ເສນາທີການກອງທັບ ວ່າດ້ວຍການນຳໃຊ້ ກອງຮ້ອຍທະຫານຊາຍແດນ 233 ເຂົ້າເຮັດໜ້າທີ່ ປ່ຽນແທນ ກອງພັນນ້ອຍ 103, ເມືອງໝື່ນ, ແຂວງວຽງຈັນ, ຈາກນັ້ນ ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງທະຫານແຂວງວຽງຈັນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າ ກອງບັນຊາການ ທະຫານແຂວງ ສະບັບເລກທີ 880/ກບຊວຈ ລົງວັນທີ 10 ມິຖຸນາ 2024 ວ່າດ້ວຍ ການມອຍໝາຍໜ້າທີ່ຂອບເຂດຮັບຜິດຊອບການເຄື່ອນໄຫວວຽກງານຮາກຖານໃຫ້ ກອງພັນ 103, ກອງຮ້ອຍຊາຍແດນ 232 ແລະ 233. ໃນນີ້ ກອງຮ້ອຍ 232 ຮັບຜິດຊອບ 4 ບ້ານຄື: ບ້ານ ນໍ້າຮີ້, ບ້ານ ກ້ອນຄຳ, ບ້ານ ຄົກເໝືອດ, ບ້ານ ປາກຈັນ, ສ່ວນກອງຮ້ອຍ 233 ຮັບຜິດຊອບ 3 ບ້ານ ຄື: ບ້ານ ວັງ, ບ້ານ ດອນຮຽງ, ບ້ານ ປາກຊາວ. ທັງນີ້ກໍເພື່ອຮັບປະກັນໃຫ້ຂອບເຂດຊາຍແດນ, ກໍຄືຂັ້ນຮາກຖານມີຄວາມສະຫງົບດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານປອ້ງກັນຊາດ-ປ້ອງກັນຄວາມສະຫງົບ. ໃນຕອນທ້າຍຂອງພິທີກໍ່ໄດ້ເຊັນບົດບັນທຶກມອບ-ຮັບເຂດຄຸ້ມຄອງລະຫວ່າງ ກອງພັນ103 ກັບ ກອງຮ້ອຍຊາຍແດນ233 ຢ່າງເປັນທາງການ ໂອກາດນີ້ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກໍ່ໄດ້ມີຄໍາເຫັນກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຄວາມສາມັກຄີຮັກແພງອັນໜັກແໜ້ນ, ຄວາມເປັນຫ່ວງເປັນໄຍມາຍັງບັນດາພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ຮາກຖານປະຊາຊົນ ເຂດຫ່າງໄກຊອກຫຼີກ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເພີ່ມທະວີຄວາມຮັບຜິດຊອບ, ຈັດຕັ້ງກຳລັງປ້ອງກັນຮັກສາຄວາມສະຫງົບຕາມຊາຍແດນ ແລະ ຂອບເຂດຮັບຜິດຊອບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິຕໍ່ເນື່ອງ, ເປັນເຈົ້າການນຳພາກົມກອງແກ້ໄຂສະພາບ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມຊາຍແດນໃນຂອບເຂດຮັບຜິດຊອບໃຫ້ທັນການ ແລະ ມີຄວາມສະຫງົບດີ. ໂດຍ: ສຸວັນໂນ ອາດຊະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ