
ສືບຕໍ່ຮ່ວມມືແຮກສ່ຽວ ລະຫວ່າງກອງພົນທີ1 ກັບວິທະຍາຄານພະລາກອງທັບ
ເວລາອອກຂ່າວ: 2024-06-17 11:23:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1053 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານພົວພັນຮ່ວມມືແຮກສ່ຽວ ປະຈໍາປີ 2023-2024 ແລະ ວາງທິດທາງແຜນການ ປີ2025-2026 ລະຫວ່າງ ກອງພົນທີ1 ກັບ ວິທະຍາຄານພະລາທິການກອງທັບ ເພື່ອສືບຕໍ່ລົງເລິກພົວພັນຮ່ວມມືແຮກສ່ຽວ ໄດ້ໄຂຂຶ້ນຢູ່ສໍານັກງານວິທະຍາຄານພະລາທິການກອງທັບ ໃນວັນທີ14 ມິຖຸນາ 2024 ຜ່ານມານີ້, ຕາງໜ້າຝ່າຍກອງພົນທີ1 ມີ ສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງພົນທີ1 ພ້ອມດ້ວຍຄະນະ ແລະ ຕາງໜ້າຝ່າຍ ວິທະຍາຄານພະລາທິການກອງທັບ ມີສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ ພ້ອມດ້ວຍຄະນະ.
ການພົວພັນຮ່ວມມືແຮກສ່ຽວ ກໍ່ເພື່ອປະຕິບັດຕາມທິດທາງປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ, ເປັນກອງທັບທີ່ມີແບບແຜນແລະທັນສະໄໝຂຶ້ນເທື່ອລະກ້າວ; ອີງຕາມຄວາມເປັນເອກະພາບຂອງສອງກົມກອງ ເພື່ອສະຫຼຸບຄືນໝາກຜົນຂອງການເຄື່ອນໄຫວພົວພັນຮ່ວມມືໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນດ້ານແບບແຜນວິທີເຮັດວຽກເຊິ່ງກັນແລະກັນແນໃສ່ປັບປຸງກໍ່ສ້າງກົມກອງ, ພ້ອມກັນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ເຮັດໃຫ້ການຮ່ວມມືກ້າວເຂົ້າສູ່ລວງເລິກ ແລະ ບັນລຸໄດ້ໝາກຜົນຕົວຈິງ. ໃນວາລະດໍາເນີນກອງປະຊຸມຜູ້ແທນທັງສອງຝ່າຍກໍ່ໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມມືແຮກສ່ຽວໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ກໍານົດໄວ້. ພ້ອມທັງ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນ ຕໍ່ກັບທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຄວາມໝາຍສໍາຄັນ ບົນພື້ນຖານສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມືແຮກສ່ຽວ ບົນຈິດໃຈຄວາມເປັນເອກະພາບ, ຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານ ເພື່ອຍູ້ແຮງໃຫ້ສອງກົມກອງພ້ອມກັນຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຫ້າວຫັນ ໂດຍປິ່ນອ້ອມຕ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ. ບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກົມກອງ, ກອງພົນທີ1 ແລະ ວິທະຍາຄານພະລາທິການຈະສືບຕໍ່ເພີ່ມທະວີສາຍພົວພັນ, ຄວາມສາມັກຄີ, ໃກ້ສິດ, ສະໜິດແໜ້ນ, ເປັນເຈົ້າການປະສານສົບທົບແລກປ່ຽນບົດຮຽນ ແລະ ແຈ້ງໃຫ້ກັນຊາບຢ່າງລະອຽດໃນທຸກຂົງເຂດວຽກງານທີ່ສໍາຄັນ ເປັນຕົ້ນແມ່ນ: ວຽກງານການເມືອງ-ນໍາພາແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຂະບວນການແລະວຽກງານອື່ນໆທີ່ປິ່ນອ້ອມໃຫ້ມີປະສິດທິພາບສູງຂຶ້ນ ແລະ ເປັນຂະບວນການຢ່າງໜັກແໜ້ນຕໍ່ເນື່ອງ. ໃນກອງປະຊຸມຄະນະຕົວແທນທັງສອງຝ່າຍໄດ້ເຫັນດີ ແລະ ເປັນເອກະພາບຕໍ່ເນື້ອກອງປະຊຸມ; ເພື່ອໃຫ້ເນື້ອໃນທິດທາງແຜນການມີຄວາມໝາຍສໍາຄັນ, ໜັກແໜ້ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາໃນຊຸມປີຕໍ່ໜ້າ, ຕາງໜ້າສອງກົມກອງ ກໍ່ໄດ້ລົງນາມເຊັນບົດບັນທຶກເພື່ອຮັບຮອງຢ່າງເປັນທາງການ ເຊິ່ງຕາງໜ້າຟ່າຍກອງພົນທີ1 ໂດຍແມ່ນ ສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ຫົວໜ້າຫ້ອງການເມືອງກອງພົນທີ1 ແລະ ຕາງໜ້າຟ່າຍ ວິທະຍາຄານພະລາທິການກອງທັບ ໂດຍ ສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານວິທະຍາຄານພະລາທິການກອງທັບ; ເຊິ່ງເຂົ້າຮ່ວມເປັນສັກຂີພິຍານ ຂອງບັນດາ ສະຫາຍ ຄະນະນໍາທັງສອງຫົວໜ່ວຍກົມກອງ.
ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ຄະນະທັງສອງຝ່າຍກໍ່ໄດ້ຈັດກິດຈະກໍາປ່ອຍປາມິດຕະພາບຮ່ວມກັນ ແລະ ນໍາເອົາທີມກິລາບານສົ່ງຍິງຂອງຕົນ ສ້າງຂະບວນການໃຫ້ເບີກບານມ່ວນຊື່ນ ເພື່ອຫັດແໜ້ນ ແລະ ເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງກົມກອງ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຂຽນໂດຍ:ໂກຮັງ ພັນທະວົງ.
ຂໍ້ມູນ-ພາບ: ຂາວ ທິດາກອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ