ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກົມໃຫຍ່ເຕັກນິກກອງທັບປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2024-06-17 10:25:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1087 | ຄວາມນິຍົມ:



ໃນຕອນແລງຂອງວັນທີ14 ມີຖຸນາ 2024 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງຕະຫຼອດຮອດພະນັກງານ-ນັກຮົບ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ. ສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ ຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3456/ກປທ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມີຖຸນາ 2018 ໃນພາກທີll ໝວດທີ3 ມາດຕາ22 ແລະ ມາດຕາ23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ກະຊວງປ້ອງກັນປະເທດຕົກລົງ: ມາດຕາ1 ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 38 ສະຫາຍ, ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 35 ສະຫາຍ, ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈຳນວນ 25 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ ຈຳນວນ 2 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວໂດຍເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ, ເປັນເຈົ້າການຊອກຮູ້ຮໍ່າຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງ, ນຳມາປັບປຸງກໍ່ສ້າງເຂົ້າໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມກ້າວໜ້າ, ພ້ອມທັງປັບປຸງລະບອບແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ເປັນເຈົ້າການປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງວາງອອກຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາເພື່ອເຮັດສຳເລັດ2 ໜ້າທີ່ຍຸດທະສາດກໍ່ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ