ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ການ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຢູ່​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 661 ມີ​ທ່າ​ກ້າວ​ຂະຫຍາຍຕົວ​ດີ
ເວລາອອກຂ່າວ: 2024-06-17 08:51:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 331 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂໍ້​ແຂ່ງຂັນ 3 ດີ ຂອງ​ສູນ​ການ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ​ນັ້ນ, ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ​ສະຫະພັນ​ແມ່ ຍິງ​ ບັນດາ​ກົມ​ກອງ​ກຳລັງຫຼວງ- ກຳລັງ​ທ້ອງ​ຖິ່ນ ພ້ອມ​ກັນ​ຈັດ​ຕັ້ງ ​ຜັນ​ຂະຫຍາຍ ແລະ ຫັນເອົາເນື້ອ ​ໃນ​ດັ່ງກ່າວ​ເປັນ​ມະຕິ, ເປັນແຜນ ການ​ອັນ​ລະອຽດ ພ້ອມ​ທັງເປີດ ​ຂະ​ບວນ​ການ​ຢ່າງ​ເປັນ​ຮູບ​ປະ​ ທຳ ໂດຍ​ຕິດ​ພັນ​ແໜ້ນກັບການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ, ກອງ 3 ປອດ, ກອງ​ວັດທະນະທຳ-ນັກຮົບ​ວັດ ທະນະທຳ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ເວົ້າ​ສະເພາະ ຢູ່​ຂະແໜງ​ສະຫະພັນ​ແມ່ຍິງ ​ກອງພັນໃຫຍ່ 661 ໄດ້​ມີ​ແຜນການ, ວິທີ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດ ຊອບ​ສູງ ເຮັດ​ໃຫ້​ສະມາຊິກ​ແມ່ ຍິງ​ຮັບ​ຮູ້-ເຂົ້າໃຈ​ ຕໍ່​ວຽກ​ງານດັ່ງ ກ່າວ​ຢ່າງ​ກວ້າງຂວາງ, ເລິກ ເຊິ່ງ ແລະ ກາຍເປັນໜ້າທີ່ຄວາມ ​ຮັບຜິດຊອບ​ຂອງ​ຕົນ ທີ່​ແທດ ເໝາະ​ກັບ​ສະພາບ​ເງື່ອນໄຂ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະ​ເມີນ​ຜົນ​ໃນ​ແຕ່​ລະ​ໄລຍະ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ. ສະຫາຍ ພັນ​ໂທ ນາງ ລີວັນ ພົມ​ມະ​ໄຊ ຫົວໜ້າຂະແໜງ​ສະ ຫະພັນ​ແມ່ຍິງກອງພັນໃຫຍ່ 661 ໄດ້​ລາຍ​ງານ​ໃນກອງປະ ຊຸມສະຫຼຸບການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂໍ້​ແຂ່ງຂັນ 3 ດີ​ວ່າ: ຂະແໜງ​ສະຫະພັນ​ແມ່ຍິງ ​ກອງ ພັນ​ໃຫຍ່ 661 ໄດ້​ຮັບ​ການ​ນຳ ພາ-ຊີ້​ນຳ ໂດຍ​ກົງ​ຮອບດ້ານ​ຈາກ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພະແນກການ​ເມືອງ ແລະ ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ອຳນວຍ​ຄວາມ​ສະດວກ​ໃຫ້​ເຄື່ອນ​ໄຫວ​ຕາມ​ພາ ລະ​ບົດບາດ, ສິດ ແລະ ໜ້າ​ທີ່​ຂອງ ​ຕົນ ນັບ​ແຕ່​ຂັ້ນ​ຂະແໜງລົງຮອດ​ ຂັ້ນ​ໜ່ວຍກົມ​ກອງ​ຮາກ​ຖານ ຫັນ​ ເອົາ​ວຽກ​ງານ 3 ດີ​ ເປັນໄມ້ຫຼາ​ ວັດແທກ​ຄຸນ​ນະ​ພາບຂອງ​ສະຫະ ພັນ​ແມ່ຍິງ​ໃນ​ກົມ​ກອງ ໃຫ້​ມີ​ຄວາມ​ຮັບຜິດຊອບ​ສູງ ໂດຍ​ສະ ເພາະ​ແມ່ນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ຕ້ອງ​ຕິດ​ແທດ​ກັບ​ໜ້າທີ່ວຽກ​ງານ​ວິຊາ​ສະເພາະ​ຂອງ​ກົມ​ກອງ ໃນ​ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ ຂອງ​ກອງທັບ, ຮູ້​ຈຳແນກ​ມິດ ແລະ ສັດຕູ​ຢ່າງ​ຈະແຈ້ງ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຍຸດ​ທະ​ສາດ ຫັນປ່ຽນ​ໂດຍ​ສັນຕິ​ ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ທີ່​ຫວັງ​ທຳລາຍ​ມ້າງເພ​ລະບອບ​ໃໝ່​ຂອງ​ພັກ, ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້, ທີ່​ອັດ​ຕັນ​ຖ່ວງ​ດຶງ​ຕໍ່​​ການ​ພັດທະນາ​ກົມ​ກອງ ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ເດີນ​ແມ່ນ​ແລ່ນ​ສະດວກ​ດີ ແລະ ມີ​ຜົນສຳເລັດ​ໃນ​ທຸກ​ດ້ານ. ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂໍ້​ແຂ່ງຂັນ 3 ດີ ໃນ​ໄລຍະ 4 ປີຜ່ານມາ (2021-2024) ສາມາດຄັດເລືອກ​ໄດ້ ພົນລະເມືອງ​ດີ 163 ສະຫາຍ ກວມ​ເອົາ 100%, ພັດທະນາ​ດີ 155 ສະຫາຍ ກວມ​ເອົາ 70,89%, ສ້າງ​ຄອບຄົວ​ດີ 133 ສະຫາຍ ກວມ​ເອົາ 82,09%, ບຸກຄົນ 3 ດີ ປະເພດ I ຈຳນວນ 107 ສະຫາຍ ກວມ​ເອົາ 66,4%, ບຸກຄົນ 3 ດີ ປະເພດ II ຈຳນວນ 55 ສະຫາຍ ກວມ​ເອົາ 33,95%, ຄອບຄົວ​ຕົວ​ແບບ 15 ສະຫາຍ ກວມ​ເອົາ 9,25%, ຂະແໜງ 3 ດີ 1 ຂະແໜງ, ໜ່ວຍ 3 ດີ 8 ໜ່ວຍ, ກົມ​ກອງ​ນຳພາ​ດີເດັ່ນ 8 ກົມ​ກອງ. ນອກ​ນັ້ນ, ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 661 ຍັງ​ໄດ້​ສ້າງຕັ້ງ​ກຸ່ມ​ທ້ອນ​ເງີນ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ນັບ​ແຕ່​ມື້​ສ້າງຕັ້ງ​ຈົນ​ມາ​ຮອດ​ປັດຈຸບັນ​ກຸ່ມ​ທ້ອນ​ເງິນ ໄດ້​ຮັບ​ການ​ພັດທະນາ ແລະ ເຕີບ​ໃຫຍ່ຂະ ຫຍາຍຕົວ​ຂຶ້ນ​ຢ່າງ​ຕັ້ງໜ້າສາ ມາດແກ້ໄຂຊີວິດການເປັນຢູ່ຂອງ​ ສະມາຊິກ ສະຫະພັນ​ແມ່ຍິງນັບ​ ມື້ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ປັດຈຸບັນ ກຸ່ມ​ທ້ອນເງິນມີສະມາຊິກ​ ກຸ່ມ​ ທ້ອນ​ເງິນ​ທັງ​ໝົດ 1.085 ສະ ຫາຍ, ຍິງ 364 ສະ ຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 3.986.192.000 ກີບ. ສະຫາຍ ພັນ​ໂທ ນາງ ລີວັນ ພົມ​ມະ​ໄຊ ລາຍ​ງາຍໃຫ້ຮູ້ຕື່ມອີກວ່າ: ໃນ​ຊຸມປີຕໍ່ໜ້າຂະແໜງ​ສະຫະ ພັນ​ແມ່ຍິງໄດ້ວາງທິດທາງ​ລວມ ແລະ ຄາດໝາຍ​ສູ້​ຊົນ ເພື່ອ​ພ້ອມ​ ກັນ​ຈັດໃຫ້ບັນລຸຜົນຕາມຄາດໝາຍ​ ໂດຍສະເພາະ​ແມ່ນ​ວຽກງານປັບ ປຸງການຈັດຕັ້ງ​ແມ່ຍິງ​ໃຫ້ເປັນ ​ລະບົບ, ສ້າງ​ຂະແໜງ, ໜ່ວຍສະ ຫະພັນແມ່ຍິງໃຫ້ເຂັ້ມແຂງ ​ໂດຍ ​ຕິດ​ພັນກັບການ​ສ້າງໜ່ວຍພັກ ​ປອດ​ໃສ ເຂັ້ມແຂງ ໜັກແໜ້ນ, ສ້າງ​ກອງ 3 ປອດ, ເສີມ​ຂະຫຍາຍ ບົດບາດການ ເຄື່ອນໄຫວ​ຂອງ​ແມ່ຍິງ ໃຫ້​ກາຍເປັນ​ກຳລັງ​ແຮງ​ທີ່​ເຂັ້ມແຂງ ຂອງ​ກົມ​ກອງ ແລະ ເປັນ​ພະນັກງານ​ເພດ​ຍິງ​ຜູ້​ສືບ​ທອດ​ທີ່​ດີເດັ່ນ ແລະ ສູ້​ຊົນ​ຍົກ​ລະ ດັບ​ຊີວິດ​ການ​ເປັນ​ຢູ່ ຂອງ​ພະ ນັກງານ-ສະມາຊິກ​ແມ່ຍິງ​ພາຍ​ໃນ​ກອງພັນ​ໃຫຍ່ ໃຫ້​ດີ​ຂຶ້ນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ເດັດດ່ຽວ​ຕອບ​ຕ້ານ ​ປະກົດ​ການ​ຫຍໍ້ທໍ້​ໃນ​ຖັນ​ແຖວ​ແມ່ ຍິງ​ໃຫ້​ຫຼຸດ​ນ້ອຍ​ຖອຍ​ລົງ, ສ້າງ​ສະ ມາຊິກ​ແມ່ຍິງ 3 ດີ ໃຫ້​ໄດ້ 100% ໂດຍ​ປິ່ນ​ອ້ອມ 4 ແຜນ​ງານ​ໃຫຍ່ 26 ໂຄງການທີ່ຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ