
ກອງພົນທີ 5 ປະກາດການປະດັບທຽບຊັ້ນນາຍທະຫານ
ເວລາອອກຂ່າວ: 2024-06-17 08:44:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:
ວັນທີ 12 ມິຖຸນາ 2024 ນີ້, ກອງພົນທີ 5 ໄດ້ ປະກາດການປະດັບທຽບຊັ້ນນາຍທະຫານໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳກົດ ອິນສີນາ ຫົວໜ້າຫ້ອງການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງ, ພະແນກການທີ່ກ່ຽວຂ້ອງ ແລະ ຜູ້ທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ທົດສະກັນ ນີນາລາວົງ ຊ່ວຍວຽກພະແນກພະນັກງານ ກອງພົນທີ 5 ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການ ປະດັບທຽບຊັ້ນນາຍທະຫານ ຢູ່ກອງພົນທີ 5, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 19 ແລະ ມາດຕາ 20 ວ່າດ້ວຍປະດັບຊັ້ນ, ປະດັບທຽບຊັ້ນນາຍທະຫານ ໃນນີ້, ປະດັບທຽບຊັ້ນຮ້ອຍຕີ ໃຫ້ນັກຮຽນ ຈຳນວນ 11 ສະຫາຍ ແລະ ຮ້ອຍໂທ ຈຳນວນ 34 ສະຫາຍ
ໂອກາດນີ້, ສະຫາຍ ພັນເອກ ຄຳກົດ ອີນສີນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກ ຈົ່ງພ້ອມກັນ ເອົາໃຈໃສ່ເຝີກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນສູງ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ