
ທະຫານແຂວງບໍລິຄໍາໄຊ ປິດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2024-06-17 08:43:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:
ວັນທີ 12 ມິຖຸນາ 2024 ນີ້, ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ພະນັກງານ-ນັກຮົບ, ນັກກິລາ ທົ່ວອົງການ 5 ຫ້ອງ ພ້ອມດ້ວຍກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນໂທ ສາຍເງິນ ແກ້ວຈັນທະສິນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄດ້ສະຫຼຸບການແຂ່ງຂັນກິລາມວນຊົນ ເພື່ອ
ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກຂອງກອງທັບເວົ້າສະເພາະຂໍ່ານັບຮັບຕ້ອນຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ Vl ຂອງອົງຄະນະພັກກອງບັນຊາການທະຫານແຂວງບໍລິຄຳໄຊ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໆາຍເລິກເຊິ່ງ. ສຳລັບກິລາທີ່ນຳແຂ່ງຂັນໃນຄັ້ງນີ້ ປະກອບມີ 8
ລາຍການ ຜ່ານການແຂ່ງຂັນຕົວຈິງສາມາດສະຫຼຸບໄດ້ດັ່ງນີ້: ກິລາບານເຕະຊາວໜຸ່ມຊາຍ ອັນດັບທີ I ກອງຮ້ອຍ 24, ທີ II ກອງຮ້ອຍ 23, ທີ III ຫ້ອງພະລາທິການ, ກິລາບານເຕະຊາຍຮຸ່ນອາວຸໂສ ອັນດັບທີ I ຫ້ອງການເມືອງ, ທີ II ກອງພັນ 619, ທີ III ຫ້ອງເສນາທິການ, ກິລາບານສົ່ງຊາຍ ອັນດັບທີ I ກອງຮ້ອຍທະຫານຊາຍແດນ 257, ທີ II ຫ້ອງເສນາທິການ, ທີ III ຫ້ອງພະລາທິການ, ກິລາບານສົ່ງຍິງ ອັນດັບທີ I ກອງຮ້ອຍ 238, ທີ II ໂຮງໝໍທະຫານແຂວງ, ທີ III ຫ້ອງພະລາທິການ, ກິລາກະຕໍ້ ອັນດັບທີ I ກອງພັນ 616, ທີ
II ກອງຮ້ອຍ 238, ທີ III ຫ້ອງເສນາທິການ, ກິລາເປຕັງຊາວໜຸ່ມ ອັນດັບທີ I ຫ້ອງພະລາທິການ, ທີ II ກອງຮ້ອຍ 24, ທີ III ກອງຮ້ອຍ 23, ເປຕັງຍິງ ອັນດັບທີ I ກອງຮ້ອຍ 24, ທີ II ໂຮງໝໍທະຫານແຂວງ, ທີ III ຫ້ອງພະລາທິການ ແລະ ເປຕັງຊາຍຮຸ່ນອາວຸໂສ ອັນດັບທີ I ຫ້ອງເສນາທິການ, ທີ II ກອງຮ້ອຍ 23, ທີ III ກອງຮ້ອຍ 238.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ