
ທະຫານແຂວງຊຽງຂວາງ ມອບເງິນຊົດເຊີຍ ໃຫ້ນາຍທະຫານ ພັກການ ຮັບບຳນານ
ເວລາອອກຂ່າວ: 2024-06-17 08:38:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 309 | ຄວາມນິຍົມ:
ໃນວັນທີ 12 ມິຖຸນາ 2024, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ມອບເງິນຊົດເຊີຍ ໃຫ້ນາຍທະຫານ ພັກການ ຮັບບຳນານ, ໂດຍການເປັນປະທານຂອງສະຫາຍ ພັນເອກ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ ແລະ ນາຍທະຫານ ທີ່ພັກການ ຮັບບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສົມພອນ ອ່ອນດາວົງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ, ໂດຍອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ, ອີງຕາມ ກົດໝາຍປະກັນສັງຄົມ ແລະ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ວ່າດ້ວຍການປະຕິບັດນະໂຍບາຍຄ່າຄອງຊີບ. ກະຊວງປ້ອງກັນປະເທດ ຕົກລົງມອບເງິນຊົດເຊີຍໃຫ້ພະນັກງານນາຍທະຫານ ທີ່ພັກການ ຮັບບຳນານ ຢູ່ ກອງບັນຊາການທະຫານແຂວງຊຽງຂວາງ ຈຳນວນ 8 ສະຫາຍ ມີ ສະຫາຍ ພັນໂທ ທອງສີ ໄຊ
ຍະລາດ ຫົວໜ້າຫ້ອງການ-ບໍລິຫານ, ສະຫາຍ ພັນໂທ ຄຳອ້ວນ ພິມມະວົງ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ແສງພອນ ສອນສຸລີ ຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ດວງຕາ ຕົ້ນມາລາ ຫົວໜ້າການ
ເມືອງ ກອງບັນຊາການທະຫານເມືອງພູກູດ, ສະຫາຍ ພັນໂທ ສຳລານໄຊ ໄຊຍະວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຜາໄຊ, ສະຫາຍ ພັນໂທ ບຸນຍໍ ພົມມະຈັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງພູກູດ, ສະຫາຍ ພັນໂທ ນາງ ຄຳສີ ລັດຕະນະ ຫົວໜ້າການເມືອງ ກອງຮ້ອຍສື່ ສານ 216 ແລະ ສະຫາຍ ພັນໂທ ບຸນແກ້ວ ບຸດນາວົງ ຮອງຫົວໜ້າການເມືອງ ກອງປະຕິບັດງານ 131 ລວມເປັນເງິນທັງໝົດ 183.371.000 ກີບ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ