ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ໜ່ວຍ​ພັກ ​ສູ້​ຮົບ ຫ້ອງ​ເສນາ​ທິ​ການ ທະຫານ​ນະຄອນຫຼວງ​ວຽງ​ຈັນ ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ V
ເວລາອອກຂ່າວ: 2024-06-17 08:36:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 332 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ V ຂອງ​ໜ່ວຍ​ພັກ ​ສູ້​ຮົບ ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 12 ມິຖຸ​ນາ 2024, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ໂທ ໂອ​ໄທ ພັນ​ນະພາ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ​ຫ້ອງ​ເສນາ​ທິ​ການ, ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ, ມີ​ຄະນະ​ໜ່ວຍ​ພັກ, ແຂກ​ທີ່​ຖືກ​ເຊີນ ຕະຫຼອດ​ຮອດ ສະມາຊິກ​ພັກສົມບູນ ແລະ ສໍາຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພູ ຄຳ​ພະຈັນ ເລຂາ​ໜ່ວຍ​ພັກ ​ສູ້​ຮົບ ໄດ້​ຜ່ານ​ຮ່າງ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ຕະຫຼອດ​ໄລ 5 ປີຜ່ານມາ, ຄະນະ​ໜ່ວຍ​ພັກໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ​ສະມາຊິກ​ພັກ ເຊື່ອມ​ຊຶມ, ກຳ​ແໜ້ນ​ບັນດາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ກົດ ໝາຍ​ຂອງ​ລັດ ຕິດ​ພັນ​ກັບ​ຂະ​ບວນ​ການ​ດ້ານ​ຕ່າງໆ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ມີ​ຜົນສຳເລັດ​ຫຼາຍ​ດ້ານ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ໃຫ້ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ໄດ້​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ​ເປັນ​ບັນຫາ​ສຳຄັນ ຖື​ເອົາ​ການເຄື່ອນໄຫວ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ​ເປັນໃຈ​ກາງ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ, ມີ​ການ​ສະຫຼຸບ​ຖອດ​ຖອນ​ບົດຮຽນ ແລະ ກໍ່ສ້າງ​ໜ່ວຍ​ພັກ ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ ຢ່າງ​ເປັນ​ປົກກະຕິ, ສາມາດ​ຕີ​ລາ​ແບ່ງ​ປະ ເພດ​ສະມາຊິກ​ພັກ​ແຂງ​ມີ 25 ສະຫາຍ, ໜ່ວຍ​ພັກ​ໄດ້​ຮັບ​ການ​ຢັ້ງຢືນ ເປັນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 3 ສະໄໝ​ຕິດຕໍ່​ກັນ. ໃນ​ກອງ​ປະຊຸມ ຍັງ​ໄດ້​ໃຊ້​ສິດ​ປະຊາທິປະໄຕ ປ່ອນ​ບັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່, ເຊິ່ງ​ໄດ້​ເລືອກ​ເອົາ ​ສະຫາຍ ພັນ​ໂທ ພູນ​ທອງ ລໍ​ທຳ​ວົງ​ທິ​ລາດ ເປັນ​ເລຂາ, ສະຫາຍ ພັນ​ໂທ ຄຳ​ສຸກ ທະ​ວົງສາ ເປັນ​ຮອງ​ເລຂາ ແລະ ສະຫາຍ ຂັນໄຊ ແກ້ວ​ພະຈັນ ເປັນ​ກຳມະການ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ