
ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງໄຊຍະບູລີ ສ້າງໄດ້ຜົນງານພົ້ນເດັ່ນຫຼາຍດ້ານ
ເວລາອອກຂ່າວ: 2024-06-14 08:57:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:
ສະຫາຍ ພັນຕີ ນາງ ມະນີວອນ ສັດທາວັນ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ໃນໄລຍະຜ່ານມາ, ພະແນກສະຫະພັນແມ່ຍິງໄດ້ສົມທົບກັບຄະນະພັກ-ຄະນະບັນຊາຂັ້ນຕ່າງໆ ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວ ໃຫ້ສະມາຊິກແມ່ຍິງມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ ໂດຍໄດ້ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຂໍ້ກຳນົດ, ກົດລະບຽບຂອງພັກ-ລັດ, ຈັດຕັ້ງປາຖະກະຖາມູນ ເຊື້ອວັນປະຫວັດສາດຂອງຊາດ, ຂອງພັກ ແລະ ມູນເຊື້ອອັນດີງາມຂອງແມ່ຍິງລາວ ຢ່າງເປັນຂະບວນການຕໍ່ເນື່ອງ ຕິດພັນກັບການ ພັດທະນາຕົນເອງ, ຄອບຄົວ ແລະ ອົງການຈັດຕັ້ງໄດ້ເປັນຢ່າງດີ ເປັນຕົ້ນແມ່ນ ວຽກງານປັບປຸງການຈັດຕັ້ງ, ອີງໃສ່ ມະຕິກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຄັ້ງທີ VIII ແລະ ມະຕິກອງຊຸມໃຫຍ່ ຂອງສະຫະພັນແມ່ຍິງແຂວງໄຊຍະບູລີ ຄັ້ງທີ VII ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງສະຫະພັນແມ່ຍິງກອງບັນຊາການທະຫານແຂວງໃຫ້ປະກົດຜົນສຳເລັດ.
ປັດຈຸບັນ ສະຫະພັນແມ່ຍິງກອງບັນຊາການທະຫານແຂວງ ມີທັງໝົດ 18 ໜ່ວຍ, ມີສະມາຊິກສະຫະພັນແມ່ຍິງ 228 ສະຫາຍ, ມີຄະນະໜ່ວຍ 38 ສະຫາຍ, ເປັນຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງ 1 ສະຫາຍ, ຂັ້ນຫົວ ໜ້າພະແນກ 2 ສະຫາຍ, ຮອງ ຫົວໜ້າພະແນກ 2 ສະຫາຍ, ຫົວ ໜ້າຂະແໜງ 4 ສະຫາຍ, ຮອງຫົວໜ້າຂະແໜງ 2 ສະຫາຍ, ເປັນສະມາຊິກຊາວໜຸ່ມ 146 ສະ ຫາຍ, ສະມາຊິກພັກ 198 ສະຫາຍ ຕີລາຄາສະມາຊິກສະຫະພັນແມ່ ຍິງເປັນສະມາຊິກພັກແຂງ 221 ສະຫາຍ ກວມເອົາ 96,92%, ກາງ 7 ສະຫາຍ ກວມເອົາ 3,07%, ວຽກງານກໍ່ສ້າງພະນັກງານໃນ ອົງການຈັດຕັ້ງແມ່ຍິງ ຄະນະກອງບັນຊາການທະຫານແຂວງໄຊຍະບູລີ ກໍຄືຄະນະຫ້ອງການເມືອງ, ພະແນກສະຫະພັນແມ່ຍິງ ໄດ້ສ້າງແຜນກຳນົດໃນການກໍ່ສ້າງພະນັກງານສືບຖອດປ່ຽນ
ແທນໃນອະນາຄົດ ທັງກໍ່ສ້າງກັບທີ່ ແລະ ສົ່ງໄປບຳລຸງຢູ່ພາຍໃນ ແລະ ຕ່າງປະເທດໄລຍະສັ້ນຕາມຕົວເລກແບ່ງປັນຂອງຂັ້ນເທິງ; ປັດຈຸບັນຢູ່ແຕ່ລະອົງ
ການ ແລະ ຮາກຖານມີພະນັກງານສະຫະພັນແມ່ຍິງ ຈົບຂັ້ນປະລິນຍາຕິ, ຊັ້ນສູງ ແລະ ຊັ້ນກາງ; ກ່ຽວກັບວຽກງານນະໂຍບາຍຕ່າງໆ ສະຫະພັນແມ່ຍິງໄດ້ຮັບການສະເໜີເລື່ອນຊັ້ນຂັ້ນຕ່າງໆ ນັບແຕ່ຂັ້ນນາຍສິບຮອດຂັ້ນນາຍພັນຈຳນວນ 60 ກວ່າສະຫາຍໃນປີຜ່ານມາ ພ້ອມນັ້ນ, ຍັງໄດ້ປະຕິບັດນະໂຍບາຍຕໍ່ຜູ້ທີ່ເຈັບເປັນເຂົ້ານອນໂຮງໝໍ, ເກີດລູກໃໝ່ ແລະ ສ້າງຄອບຄົວໃໝ່ຕາມເງື່ອນໄຂທີ່ເໝາະສົມ; ວຽກງານ ປົກປ້ອງສິດຜົນປະໂຫຍດ ຂອງ ແມ່ຍິງ ແລະ ເດັກນ້ອຍ ໄດ້ເຮັດໜ້າທີ່ໃຫ້ຄຳປຶກສາທາງດ້ານຈິດໃຈ, ຮັບຟັງການສະເໜີ, ຄຳຮ້ອງທຸກ ຂອງແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ ແລະ ຄອບຄົວ ທັງໄດ້ເຂົ້າຮ່ວມ
ຄົ້ນຄວ້າປຶກສາຫາລືນຳພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕ່າງໆ ທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ.
ສະຫາຍ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງໄຊຍະບູລີ ຍັງໃຫ້ຮູ້ອີກວ່າ: ດ້ານວຽກງານຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ ໄດ້ເປັນເຈົ້າການຈັດຕັ້ງເຊື່ອມຊຶມ, ກວດກາວຽກງານຂໍ້ແຂ່ງຂັນ 3 ດີ ຄືນ 12 ຄັ້ງ ໃນຈຳນວນ 18 ໜ່ວຍ ມີ ຈຳນວນພົນເຂົ້າຮ່ວມ 2.793 ເທື່ອຄົນ, ຜ່ານການຈັດຕັ້ງກວດ ກາຂໍ້ແຂ່ງຂັນ 3 ດີ ໄດ້ປະເພດ I ມີ 221 ສະຫາຍ ກວມເອົາ 96,92%, ປະເພດ II ມີ 7 ສະ ຫາຍ ກວມເອົາ 3,07% ຕີລາຄາປະເພດຂອງໜ່ວຍແມ່ຍິງ 3 ດີ 18 ໜ່ວຍ ໄປຄຽງຄູ່ກັນນັ້ນ, ພະແນກສະຫະພັນແມ່ຍິງຍັງໄດ້ຊີ້ນຳໜ່ວຍແມ່ຍິງຂັ້ນຕ່າງໆ ສ້າງຂະບວນການແຂ່ງຂັນກິລາ, ສີລະປະວັນນະຄະດີຢ່າງເປັນຂະບວນການຟົດຟື້ນ ໄປຄວບຄູ່ກັບການຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຊຸກຍູ້ຂະບວນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ຂອງກົມກອງລວມໝູ່ ແລະ ຄອບຄົວແຕ່ລະສະຫາຍ ໂດຍຂຸດຄົ້ນ ແລະ ນຳໃຊ້ທ່າແຮງທີ່ມີ ຂອງແຕ່ລະກົມກອງ ເປັນຕົ້ນແມ່ນຂະບວນການ ປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆ ສ້າງລາຍຮັບເຂົ້າຄັງລວມຂອງແຕ່ລະໜ່ວຍໄດ້ດີສົມຄວນ, ວຽກງານກອງທຶນພັດທະນາຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງ ມີ 1 ກອງທຶນ ມີເງິນທັງໝົດ 41.781.000 ກີບ, ກອງທຶນພັດທະນາແມ່ຍິງໜ່ວຍອ້ອມຂ້າງ 18 ໜ່ວຍ ມີເງິນ 85.764.000 ກີບ ໃນນັ້ນ, ເດັ່ນກວ່າໝູ່ແມ່ນໜ່ວຍສະຫະພັນແມ່ຍິງກອງພັນ 609 ມີເງິນ 16.000.000 ກີບ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ