ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກົມໃຫຍ່ເສນາທິການກອງທັບ ປະກາດຍົກຍ້າຍ, ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ
ເວລາອອກຂ່າວ: 2024-06-11 10:07:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1863 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ, ໄດ້ປະກາດຍົກຍ້າຍ-ແຕ່ງຕັ້ງໜ້າທີ່ຫົວໜ້າຫ້ອງການເມືອງ ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າການທະຫານ ແລະ ຮອງການທະຫານ, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດຕົກລົງ: ຍົກຍ້າຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄປຮັບໜ້າທີ່ໃໝ່ ຢູ່ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ແລະ ແຕ່ງຕັ້ງ ພັນເອກ ບົວຄໍາ ສາມາວົງ ເປັນຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຈານັ້ນ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ, ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ວຽງສະຫວັນ ແສງສະຫວ່າງ ເປັນຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ພັນໂທ ປາລິສັກ ສະໂສພົນ ເປັນຫົວໜ້າພະແນກອົບຮົມ ກົມປືນໃຫຍ່ໜ້າດິນ, ພັນຕີ ບົວຄໍາ ອິນທະວົງ ເປັນຮອງຫົວໜ້າພະແນກອົບຮົມ ກົມປືນໃຫຍ່ໜ້າດິນ, ພັນຕີ ສຸກສະຫວັນ ພັນທະວອນ ເປັນຮອງຫົວໜ້າພະແນກສື່ສານ ກົມປືນໃຫຍ່ໜ້າດິນ, ພັນໂທ ວົງແກ້ວ ແກ້ວນໍລິນ ເປັນຮອງຫົວໜ້າພະແນກສູ້ຮົບ ກົມຊ່າງແສງ, ພັນໂທ ພູໄຟ ວິລະຈິດ ເປັນຮອງຫົວໜ້າພະແນກອົບຮົມກົມຊ່າງແສງ, ພັນໂທ ອ໋ອດໄຊ ຈໍາປາພັນ ເປັນຫົວໜ້າພະແນກອົບຮົມ ກົມປ້ອງກັນອາກາດ, ພັນໂທ ສົມວັນດີ ດາວມະນີຈັນ ເປັນຫົວໜ້າພະແນກຈັດຕັ້ງປະກອບ ກົມປ້ອງກັນອາກາດ, ພັນໂທ ບົວພັດ ຄໍາປັນຍາ ເປັນຫົວໜ້າພະແນກສື່ສານກົມປ້ອງກັນອາກາດ, ພັນໂທ ຄໍາພີ ບຸນມີໄຊ ເປັນຮອງຫົວໜ້າພະແນກຈັດຕັ້ງປະກອບ ກົມປ້ອງກັນອາກາດ, ພັນໂທ ບົວຄໍາ ໄຊຍະລາດ ເປັນຮອງຫົວໜ້າພະແນກສື່ສານກົມປ້ອງກັນອາກາດ, ພັນຕີ ເກດສະໜາ ສີສຸນານ ເປັນຫົວໜ້າການທະຫານ ສູນ 14 ແລະ ພັນຕີ ສະຖາພອນ ຫອມປະທຸມ ເປັນຮອງຫົວໜ້າການທະຫານ ກອງພັນນ້ອຍ 587. ໂອກາດນີ້, ສະຫາຍ ທ່ານປະທານ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາ ເຊິ່ງການຍົກຍ້າຍ-ແຕ່ງຕັ້ງໃນຄັ້ງນີ້ມັນແມ່ນກົດເກນພາວະວິໄສປະກອບສ່ວນອັນສໍາຄັນໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ກໍ່ຄືກົມກອງ ເປັນກໍາລັງແຮງສັງລວມ ໃນລະບົບການນໍາພາ-ບັນຊາ ແຕ່ລະຂັ້ນອົງການ, ກົມກອງ, ພະແນກການ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງກອງທັບ, ເນັ້ນໜັກ ໃຫ້ບັນດາສະຫາຍເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນ ການຊີ້ນໍາ-ນຳພາຂົງເຂດວຽກງານຕາມພາລະ-ບົດບາດຂອງຕົນ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຍຶດໝັ້ນຕາມ 5 ຫຼັກການ 3 ທິດນໍາຂອງພັກ, ປັບປຸງແບບແຜນນໍາພາວິທີເຮັດວຽກໃຫ້ມີລັກສະນະວິທະຍາສາດ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງເຫຼົ່າຮົບວິຊາສະເພາະໃຫ້ມີທ່ວງທ່າທີ່ຫັນປ່ຽນ ແລະ ພັດທະນາຢ່າງຮອບດ້ານ ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ