ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ມອບ-ຮັບໜ້າທີ່ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2024-06-10 13:36:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1895 | ຄວາມນິຍົມ:



ໃນວັນທີ7 ມິຖຸນາ 2024 ນີ້, ຢູ່ທີ່ກົມເສດຖະກິດ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດລະຫວ່າງ ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ໄຊສົງຄາມ ວໍລະຈິດ ຫົວໜ້າກົມເສດຖະກິດ (ຜູ້ໃໝ່), ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ແຂກຖືກເຊີນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດຜູ້ເກົ່າ ໄດ້ຂຶ້ນມີຄໍາເຫັນບາງບັນຫາທີ່ສໍາຄັນວ່າ:ໃນໄລຍະຜ່ານມາທີ່ໄດ້ດຳລົງຕຳແໜ່ງເປັນຫົວໜ້າກົມເສດຖະກິດ ໄດ້ເປັນເຈົ້າການເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຕ່າງໆຂອງກົມເສດຖະກິດຢ່າງມີຈຸດສຸມ ຮອບດ້ານ ບັນດາວຽກງານຕ່າງໆ ແມ່ນມີຜົນສໍາເລັດຢ່າງຈົບງາມ ຕະຫຼອດມາ ແລະ ສາມາດເຮັດສຳເລັດໜ້າທີ່ເມືອງຂອງຕົນໄດ້ດີ. ໂອກາດນີ້, ສະຫາຍ ພັນເອກ ໄຊສົງຄາມ ວໍລະຈິດ ຫົວໜ້າກົມເສດຖະກິດ (ຜູ້ໃໝ່) ກໍໄດ້ຂຶ້ນກ່າວສະແດງຄວາມຄິດເຫັນ ຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະ ສະຫາຍ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຂັ້ນເທິງທີ່ໄດ້ມອບໝາຍໜ້າທີ່ອັນມີກາດສະຫງ່າ ໃນຄັ້ງນີ້ ແລະ ພ້ອມທີ່ຈະຊີ້ນໍາ-ນໍາພາກົມເສດຖະກິດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ເພື່ອອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການ ພັດທະນາກົມໃຫ້ມີບາດກ້າວອັນໃໝ່ຍິ່ງໃຫຍ່ຂຶ້ນເລື້ອຍໆ. ຈາກນັ້ນ, ກໍໄດ້ມີພິທີ ເຊັນມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນ ຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ໄຊ ສົງຄາມ ວໍລະຈິດ ຫົວໜ້າກົມເສດຖະກິດ(ຜູ້ໃໝ່). ໂດຍ: ສົມຄິດ ພູມມີຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ