ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງສະຫັວນນະເຂດຄັ້ງທີ 4 ສະໄໝທີIV ປະຈຳປີ2023ແລະທິດທາງແຜນການປີ2024
ເວລາອອກຂ່າວ: 2024-06-10 13:33:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1697 | ຄວາມນິຍົມ:



ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານນັກຮົບເກົ່າແຂວງສະຫັວນນະເຂດ ຄັ້ງທີ4 ສະໄໝທີIV ປະຈຳປີ 2023. ຂຶ້ນໃນວັນທີ6-7 ເດືອນ ມິຖຸນາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດກຳມະການສູນກາງພັກ ເລຂາພັກແຂວງ ປະທານປກຊ-ປກສແຂວງ ເຈົ້າແຂວງະຫັວນນະເຂດ ແລະ ພັນເອກ ສຸລິວຽງ ຊ່ຽນສະຫັວນ ກຳມະການສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງສະຫັວນນະເຂດ, ມີບັນດາສະຫາຍຄະນະບໍລິຫານງານນັກຮົບເກົ່າແຂວງແລະເມືອງຈາກ14 ຕົວເມືອງ1 ນະຄອນ, ຄະນະພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫັວນ ກໍາມະການສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າແຂວງສະຫັວນນະເຂດໄດ້ຂຶ້ນລາຍງານຜົນຂອງກອງປະຊຸມຄົບຄະນະໃນຄັ້ງນີ້ສະຫາຍຍັງໄດ້ໃຫ້ຮູ້ຕື່ມອີກສະມາຊິກທຸກສະຫາຍສະມາຊິກພ້ອມກັນປະຕິບັດຂໍ້ແຂ່ງຂັນຮັກຊາດແລະສ້າງສາພັດທະນາແລະວຽກງານ 3 ສ້າງຂອງພັກແລະການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ.ໄດ້ເກີດດອກອອກຜົນ.ໃນໄລຍະ 1 ປີຜ່ານມາແລະດ້ານວຽກງານການເມືອງນຳພາແນວຄິດຂອງພະນັກງານ-ນັກຮົບແຕ່ລະກົມກອງຖືກວ່າມີແນວຄິດຫຼັກໝັ້ນໜັກແໜ້ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງແນວທາງຂອງພັກ-ລັດໄດ້ດີ.ນອກນັ້ນຍັງໄດ້ເອົາໃສ່ແຕ່ງຕັ້ງພະນັກງານຂັ້ນແຂວງ,ຂັ້ນເມືອງພ້ອມກັນລົງກໍ່ສ້າງຮາກຖານການເມືອງແນວຄິດກັບບັນດາສະມາຊິກສະຫະພັນນັກຮົບເກົ່າຢູ່ກຸ່ມບ້ານຢ່າງເປັນປົກກະຕິ.ດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບໂດຍໄດ້ກຳແໜ້ນຕິດຕາມສະພາບຕ່າງໆພ້ອມທັງປຸກລະດົມສະມາຊິກນັກຮົບເກົ່າແລະປະຊາຊົນບັນດາເຜົ່າ ສືບຕໍ່ປົກປັກຮັກສາເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ,ສຶກສາອົບຮົບຄົນຮຸ່ນໜຸ່ມໃຫ້ເປັນຜູ້ສືບທອດພາລະກິດປະຕິວັດຂອງຕົນ.ວຽກງານພາລາທິການແມ່ນຖືເອົາການປູກຝັງແລະລ້ຽງສັດເປັນຫຼັກໃນການແກ້ໄຂຊີວິດການເປັນຢູ່ທັງເປັນການສ້າງເສດຖະກິດກົມກອງແລະຄອບຄົວຂອງສະມະຊິກນັກຮົບເກົ່າທົ່ວແຂວງສະຫັວນນະເຂດ.ສາມາດສ້າງໄດ້ກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນໄດ້ທັງໝົດ 15 ກອງທຶນໃນ 13 ເມືອງ 1 ນະ ຄອນ ມີສະມາຊິກກອງທຶນທັງ100ກ່ວາສະຫາຍ, ສາມາດມີເງິນກອງທຶນທັງໝົດ 20.000.000 ກ່ວາກີບ. ຈາກນັ້ນສະຫາຍການນຳແຂວງກໍ່ໄດ້ໂອ້ລົມແລະໃຫ້ທິດເຍືອງທາງເຊີ່ງສະຫາຍໄດ້ແນະນຳເອົາໃຈໃສ່ປະຕິບັດ 4 ປູກ 4 ລ້ຽງເປັນຫຼັກໃນການແກ້ໄຂຊີວິດການເປັນຢູ່ພ້ອມທັງຄຽງຄູ່ກັບການສ້າງເສດ ຖະກິດກົມກອງແລະຄອບຄົວໃຫ້ດີຂຶ້ນກ່ວາເກົ່າ.ພ້ອມນີ້ຕ້ອງແຕ່ງຕັ້ງພະນັກງານກໍ່້ສ້າງຮາກຖານການເມືອງນຳພາແນວຄິດຊ່ວຍອຳນາດການປົກຄອງບ້ານທີ່ຕົນເອງຂຶ້ນກັບໃຫ້ປະຊາຊົນຮັກຊາດ,ພັດທະນາຕົນເອງແລະຊ່ວຍປັບປຸງກຳລັງ ປກຊ-ປກສ ຂັ້ນບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງເພື່ອເປັນການຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ.ໃນພິີທີສະຫາຍການນຳແຂວງກໍ່ໄດ້ມອບເງິນສົດຈຳນວນ110.000.000ກີບ.ເພືອເປັນການປະກອບສ່ວນເຂົ້າກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນຂອງສະຫະພັນນັກຮົບເກົ່າແຂວງສະຫັວນນະເຂດ ຂ່າວ-ພາບ:ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ