
ປະກາດແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ກອງພັນນ້ອຍ 415 ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2024-05-27 16:02:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1202 | ຄວາມນິຍົມ:
ພິທີປະກາດແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ກອງພັນນ້ອຍ415 ທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຕອນເຊົ້າວັນທີ27 ພຶດສະພາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາກົມກອງ, ພະແນກການທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງພັນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ອຸ່ນ ລັດຕະນະ ຮອງຫົວໜ້າພະແນກພະນັກງານທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຫຼວງພະບາງ ເລກທີ 731 ລົງວັນທີ21 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ສະຫາຍ ພັນໂທ ສີຈັນ ໄຊຍະວັນ ຫົວໜ້າການເມືອງກອງພັນນ້ອຍ 415 ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານເມືອງປາກອູ ແລະ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ພອນວັນ ມີປະເສີດ ເປັນຫົວໜ້າການເມືອງກອງພັນນ້ອຍ415 ທະຫານແຂວງຫຼວງພະບາງ ຕາມຂໍ້ຕົກລົງເລກທີ 2398 ຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ລົງວັນທີ13 ພຶດສະພາ 2024, ພິທີຍັງໄດ້ປະກາດແຕ່ງຕັ້ງໜ້າທີ່ໃຫ້ພະນັກງານຂັ້ນຫົວໜ້າໝວດ, ຮອງໝວດ ຕື່ມອີກຈໍານວນໜຶ່ງ.
ຕອນທ້າຍ ປະທານພິທີ ໄດ້ມີຄໍາເຫັນໂອ້ລົມກ່າວວ່າ: ການປະກາດແຕ່ງຕັ້ງມອບໝາຍໜ້າທີ່ຂອງພະນັກງານເປັນກົດເກນການເຕີບໃຫຍ່ຂະຫຍາຍຕົວຂອງນາຍທະຫານ, ເປັນການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່. ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີເອົາໃຈໃສ່ຈັດຕັ້ງນຳພາ-ບັນຊາກົມກອງຢ່າງຕັ້ງໜ້າ, ສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການປຸກລະດົມຂົນຂວາຍພະນັກງານ-ນັກຮົບພາຍໃນກົມກອງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ໄປຄຽງຄູ່ກັນນັ້ນກໍຕ້ອງໄດ້ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານກ້າເຮັດກ້າຕັດສີນໃຈ ແລະ ກ້າຮັບຜິດຊອບ, ບົນພື້ນຖານຕາມຫຼັກການຄວາມຖືກຕ້ອງເຮັດວຽກເປັນໝູ່ຄະນະເຄົາລົບຫຼັກການລວມສູນປະຊາທິປະໄຕ ແລະ ຕັ້ງໜ້າປະກອບສ່ວນປັບປຸງກໍ່ສ້າງກົມກອງວັດທະນະທໍາໃຫ້ປະກົດຜົນເປັນຈິງ.
ຂ່າວ: ບຸນເພັງ ວົງແກ້ວມະນີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ