ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ໜ່ວຍພັກກົມທະຫານຊາຍແດນ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV
ເວລາອອກຂ່າວ: 2024-05-27 15:57:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1255 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີIV ຂອງໜ່ວຍພັກກົມທະຫານຊາຍແດນ ໄດ້ຈັດຂຶ້ນໃນວັນທີ24 ພຶດສະພາ 2024 ນີ້, ໂດຍການປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະໜ່ວຍ, ແຂກຖືກເຊີນ, ສະມາຊິກພັກສົມບູນເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເປັນເອກະສັນຕໍ່ຮ່າງບົດລາຍງານການເມືອງທັງສອງພາກ, ເຫັນດີເປັນເອກະພາບຕໍ່ການສະຫຼຸບຕີລາຄາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທະຫານຊາຍແດນ ໂດຍສະເພາະແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ການປັບປຸງຍົກລະດັບຊີວິດການເປັນຢູ່ຂອງກົມ ແລະ ກົມກອງທະຫານຊາຍແດນທີ່ຂຶ້ນກັບ, ລວມທັງວຽກງານພົວພັນປະສານສົມທົບກັບກໍາລັງປ້ອງກັນຊາຍແດນບັນດາປະເທດໃກ້ຄຽງ, ພື້ນຖານເຮັດໃຫ້ກົມ ແລະ ກົມກອງທະຫານຊາຍແດນມີທ່ວງທ່າກ້າວຂຶ້ນດ້ວຍຄວາມໜັກແໜ້ນ. ຍົກໃຫ້ເຫັນໝາກຜົນລວມຍອດແຫ່ງການນໍາພາ-ຊີ້ນໍາ ທີ່ຖືກຕ້ອງສະຫຼາດສ່ອງໃສ, ການເປັນແບບຢ່າງນໍາໜ້າຂອງຄະນະພັກ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຄວາມພະຍາຍາມສູ້ຊົນ, ບຸກບື່ນຫ້າວຫັນ ຂອງພະນັກງານ-ສະມາຊິກພັກ-ນັກຮົບທຸກສະຫາຍ, ການປະກອບສ່ວນຫົວຄິດປະດິດສ້າງ, ສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງຕະຫຼອດມາ, ເຫັນດີເປັນເອກະພາບກ່ຽວກັບບາງຂໍ້ສະຫຼຸບສັງລວມ ທີ່ມີລັກສະນະບົດຮຽນພຶດຕິກໍາຕົວຈິງໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກອົບຮົມຫັດແອບ ແລະ ສຶກສາຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້-ຄວາມສມາດທາງດ້ານການເມືອງ-ການທະຫານ ແລະ ວິຊາສະເພາະເປັນວຽກແຖວໜ້າດ້ວຍການໝູນໃຊ້ວິທີການ, ມາດຕະການທີ່ສອດຄ່ອງກັບຈຸດພິເສດສະພາບການໃໝ່. ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາແຜນການທິດທາງນໍາພາ, ຄາດໝາຍສູ້ຊົນແຕ່ປີ 2024-2028 ສູ້ຊົນຮັບປະກັນໃຫ້ສະພາບພາຍໃນກົມກອງ ແລະ ບັນດາກົມກອງທະຫານຊາຍແດນໃນທົ່ວປະເທດ ມີຄວາມສະຫງົບຢ່າງໜັກແໜ້ນຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງບ່ອນກົມກອງຕັ້ງທັບ ແລະ ບໍລິເວນຊາຍແດນທີ່ກົມກອງຮັບຜິດຊອບຢ່າງແຂງແຮງ ຕາມນະໂຍບາຍສ້າງທ່າສະໜາມ ປ້ອງກັນຊາຍແດນທົ່ວປວງຊົນຮອບດ້ານ, ວຽກງານກໍ່ສ້າງພັກ-ພະນັກງານ ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກໂດຍສຸມໃສ່ກໍ່ສ້າງພັກທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ, ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຂອງບັນດາສະຫາຍສະມາຊິກພັກເຮັດໃຫ້ບັນຍາກາດກອງປະຊຸມມີເນື້ອໃນຄົບຖ້ວນ, ກອງປະຊຸມຍັງໄດ້ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງໃນການນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະໜ່ວຍຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບເງື່ອນໄຂມາດຖານທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 7 ສະຫາຍ, ເລືອກໄດ້ 5 ສະຫາຍ ກອງປະຊຸມຄັ້ງປະຄົມມະລຶກຂອງໜ່ວຍພັກກົມທະຫານຊາຍແດນ ຊຸດທີ IV ໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ: ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ເປັນເລຂາ, ສະຫາຍ ພັນເອກ ອໍາພັນ ໄຊຍາສຸບັດ ເປັນຮອງເລຂາ, ສະຫາຍ ພັນເອກ ດາວໄກ ເລີດລິວັນ ເປັນກໍາມະການກວດກາ-ປ້ອງກັນ, ສະຫາຍ ພັນໂທ ສັກສິດ ພິຈິດ ເປັນກໍາມະການຈັດຕັ້ງ-ໂຄສະນາຂະບວນການ, ສະຫາຍ ພັນໂທ ສຸພາເວດ ສຸກເລືອງຄໍາ ເປັນກໍາມະການ ການຄັງ, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ 2 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນໂອ້ລົມເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍທີ່ຜ່ານມາ, ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ນັກຮົບ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນກໍ່ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ກໍຄືບັນດາສະຫາຍສະມາຊິກພັກ ສືບຕໍ່ຄົ້ນຄວ້າປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ເປັນແຜນການອັນລະອຽດ, ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ, ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກ ກໍ່ຄືສະມາຊິກພັກ ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງ. ໂດຍ: ເກດຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ