ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ນັກສຶກສາຫ້ອງແພດປະລິນຍາຕີ ຊຸດທີ 6ສອບເສັງພາກປະຕິບັດຕົວຈິງ ຮອບພະຍາດ ສາຍພາຍໃນລວມ
ເວລາອອກຂ່າວ: 2024-05-27 15:50:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1300 | ຄວາມນິຍົມ:



ວັນທີ24 ພຶດສະພາ 2024 ຄະນະວິທະຍາຄານການແພດກອງທັບ ໄດ້ລົງຕິດຕາມການສອບເສັງ ພາກປະຕິບັດຕົວຈິງ ຮອບພະຍາດ ສາຍພາຍໃນ ຂອງນັກສຶກສາແພດປະລິນຍາຕີ ຊຸດທີ 6. ໂດຍການເຂົ້າເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ກໍາມະການຄະນະພັກ ອົງການກົມໃຫຍ່ພະລາທິການກອງທັບ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ ພ້ອມດ້ວຍກໍາມະການ ແລະ ອະນຸກໍາມະການເຂົ້າຮ່ວມ. ໂດຍປະຕິບັດຕາມໂຄງການການຫຼັກສູດທີ່ ວພທ ໄດຮັບອະນຸມັດ (ຫຼັກສູດປະລິນຍາຕີ) ທີ່ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ນັກສຶກສາແພດປະລິນຍາຕີ ຊຸດທີ 6 ໄດ້ຈັດຕັ້ງສອບເສັງພາກປະຕິບັດຕົວຈິງ ຮອບພະຍາດສາຍພາຍໃນລວມຢູ່ໂຮງໝໍສູນກາງ 103 ກອງທັບ ເຊິ່ງປະກອບມີບັນດາພະແນກການດັ່ງນີ້: ພະແນກຫົວໃຈເສັ້ນເລືອດ, ພະແນກລະບົບລະລາຍ, ພະແນກລະບົບປະສາດ, ພະແນກລະບົບຫາຍໃຈ, ພະແນກຊຶມເຊື້ອ-ເຂດຮ້ອນ, ພະແນກຕ່ອມຂັບຍ່ອຍໃນ ແລະ ພະແນກພະຍາດເລືອດ. ວິທີການສອບເສັງ ນັກສຶກສາແຕ່ລະສະຫາຍ ເຂົ້າລາຍງານຕົວສອບເສັງ ແລ້ວຈັບສະຫຼາກເອົາຄົນເຈັບຢູ່ໂຕະສອບເສັງທີ່ໄດ້ກໍານົດໄວ້ ພາຍຫຼັງນັກສຶກສາໄດ້ຄົນເຈັບແລ້ວ ແມ່ນປະຕິບັດເຕັກນິກການກວດຄົນເຈັບຕົວຈິງ, ຫຼັງຈາກນັ້ນສະຫຼຸບໃຫ້ໄດ້ບັນດາອາການ-ໝວດອາການ, ບົ່ງມະຕິພະຍາດ, ວາງແຜນການປິ່ນປົວ ພ້ອມຕອບຄໍາຖາມຂອງກໍາມະການສອບເສັງ. ສະຫຼຸບຜົນການສອບເສັງ ນັກສຶກສາມີໜ້າສອບເສັງ ຈໍານວນ 50 ສະຫາຍ, ເສັງໄດ້ຄາດໝາຍ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ