ການເຄື່ອນໄຫວວຽກງານຕ່າງໆ ຂອງກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ
ເວລາອອກຂ່າວ: 2024-05-27 08:45:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:
ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ຊີ້ນຳວຽກງານຮາກຖານຢູ່ກອງຮ້ອຍ 203 ກອງພົນທີ 3
ສະຫາຍ ພັນເອກ ວັນໄຊ ຢາຫົງທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວກວດກາຊຸກຍູ້ວຽກງານກໍ່ສ້າງ
ຮາກຖານຂອງກອງຮ້ອຍປະຕິບັດງານ 203 ກອງພົນທີ 3 ຢູ່ກຸ່ມບ້ານປາກເປັດເມືອງຊຽງຮອນ ແຂວງໄຊຍະບູລີ, ມີ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ກຳມະການຄະນະພັກກອງພົນ, ຫົວໜ້າຫ້ອງການເມືອງກອງພົນທີ 3, ມີການນຳເມືອງຊຽງຮອນ, ເມືອງຄອບ, ກອງພັນໃຫຍ່ 301, ກຸ່ມບ້ານປາກເປັດເຂົ້າ
ຮ່ວມ.
ສະຫາຍ ພັນຕີ ບຸນທາຍ ໄຊອິນສຸກ ຫົວໜ້າກອງຮ້ອຍປະຕິບັດງານ 203 ກອງພົນທີ 3 ໄດ້ລາຍງານສະພາບໂດຍຫຍໍ້ໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງໄດ້ສຸມໃສ່ໂຄສະນາສຶກສາອົບການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າ, ເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຍໍ້ທໍ້ໃນສັງຄົມ ໂດຍປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບເປັນພື້ນຖານ, ກຸ່ມບ້ານປາກເປັດປະກອບມີ 12 ບ້ານຂຶ້ນກັບ, ມີ 1.303 ຫຼັງຄາເຮືອນ, ມີ 1.405 ຄອບຄົວ, ມີພົນລະເມືອງທັງໝົດ 7.407ຄົນ, ຄອບຄົວທຸກຍາກ 183 ຄອບຄົວ, ມີຫົວໜ່ວຍຜະລິດ 104 ຫົວໜ່ວຍ, ປະກອບມີ 3 ຊົນເຜົ່າຄື: ເຜົ່າກຶມມຸ ກວມເອົາ 60%, ລາວລຸ່ມ 30%, ມົ້ງ 10%, ມີໂຮງຮຽນ 7 ແຫ່ງ, ໂຮງໝໍນ້ອຍ 3 ແຫ່ງ. ໃນໂອກາດທີ່ສະຫາຍ ຮອງຫົວໜ້າກົມກໍ່ສ້າງຮາກຖານ ເຄື່ອນໄຫວເຮັດວຽກໃນຄັ້ງນີ້ ຍັງໄດ້ປະກາດການແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກກອງຮ້ອຍປະຕິບັດງານ 203 ຕື່ມອີກ.
ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານ ຢູ່ກອງປະຕິບັດງານ 202 ກອງພົນທີ 2
ສະຫາຍ ພັນເອກ ວັນໄຊ ຢາຫົງທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວ, ຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ກອງປະຕິບັດງານ 202 ຈຸດສຸມນາລວມ-ນ້ຳຕວນ ແຂວງໄຊຍະບູລີ.
ສະຫາຍ ພັນຕີ ໂວໄຊ ມະນີວັນ ຫົວໜ້າກອງປະຕິບັດງານ 202 ໄດ້ລາຍງານຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ໂດຍປະຕິບັດຕາມຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງຂອງພັກ; ເຊິ່ງກຸ່ມບ້ານນາລວມ-ນ້ຳຕວນ ລວມມີບ້ານປາກທັງ, ບ້ານນາລວມ, ບ້ານຫ້ວຍເລິກ, ບ້ານຫ້ວຍຊຳອໍ້ ແລະ ບ້ານຫ້ວຍແສນຄຳ ທີ່ຂຶ້ນກັບເມືອງໄຊຍະບູລີ ແຂວງໄຊຍະບູລີ ຫ່າງຈາກເທສະບານເມືອງໄປທາງທິດໃຕ້ປະມານ 32 ກິໂລແມັດ ໃນນັ້ນ, ທິດເໜືອຕິດກັບກອງພັນ 629, ທິດໃຕ້ຕິດກັບບ້ານຫ້ວຍງ ູເມືອງປາກລາຍ, ທິດຕາເວັນອອກຕິດກັບບ້ານແກ້ວ-ນາທັງ ແລະ ທິດຕາເວັນຕົດຕິດກັບເມືອງພຽງ; ກຸ່ມບ້ານນາລວມ-ນໍ້າຕວນ ປະກອບມີ 25 ໜ່ວຍງານ, 75 ຕຳແໜ່ງງານ, ມີ 74 ໜ່ວຍຄຸ້ມຄອງ, ມີ 791 ຄອບຄົວ, ມີ 954 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 5.560 ຄົນ, ຍິງ 2.712 ຄົນ ປະກອບມີ 7 ເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າກຸມມຸ, ເຜົ່າມົ້ງ, ເຜົ່າອິວມ້ຽນ, ເຜົ່າຍວນ, ເຜົ່າລື້ ແລະ ເຜົ່າໄປຣ ອາຊີບຕົ້ນຕໍ່ແມ່ນການປູກຝັງ-ລ້ຽງສັດ.
ສະຫາຍ ພັນເອກ ວັນໄຊ ຢາຫົງທອງ ໄດ້ຊີ້ນຳພະນັກງານກໍ່ສ້າງຮາກຖານ ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນເຂົ້າສູ່ລວງເລິກຕົວຈິງ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆເປັນຕົ້ນແມ່ນບັນຫາສີງເສບຕິດ, ການແກ້ໄຂຊີວິດການເປັນຢູ່, ການສຶກສາ ແລະ ສາທາລະນະສຸກ ແລະ ອື່ນໆ ພ້ອມທັງຕິດຕາມ, ກວດກາ, ຊຸກຍູ້ສົ່ງເສີ່ມໜ້າວຽກງານຕ່າງໆໃຫ້ມີຄວາມກ້າວໜ້າ.
ກວດກາ ແລະ ຊຸກຍູ້ຂະບວນການຕ່າງໆ ຢູ່ກອງພັນ 435 ກອງພົນທີ 1
ອະນຸກຳມະການ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ຂອງກອງພົນທີ 1 ໄດ້ເຄື່ອນໄຫວ ແລະ ເຮັດວຽກຕົວຈິງຢູ່ກອງກອງພັນ 435 ໂດຍປະຕິບັດຕາມຄຳສັ່ງແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ຄຳແນະນຳ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ແລະ ການສ້າງກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ; ຈັດແບ່ງປະເພດການເມືອງພາຍໃນດັ່ງນີ້: ປະເພດ I ບັນລຸໄດ້ 92,79%, ປະເພດ II ບັນລຸໄດ້ 7,2%, ຂະບວນການສ້າງກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ປະເພດ I ບັນລຸໄດ້ 100% ; ຂະບວນການສ້າງຊາວໜຸ່ມ 4 ບຸກ ບັນລຸໄດ້ 76,21%, ແຂງ 44 ສະຫາຍບັນລຸໄດ້ 23,78%, ຂະບວນການສ້າງແມ່ຍິງ 3 ດີ ປະເພດ I ມີ 6 ສະຫາຍ, ພົນລະເມືອງດີ 95%, ພັດທະນາດີ 93%, ສ້າງຄອບຄົວດີ 93% ສະເລ່ຍ 93, 66% ເປັນໜ່ວຍ 3 ດີ.
ກອງພັນ 162 ຕ້ອນຮັບອະນຸກຳມະການຊຸກຍູ້ຂະບວນການຕ່າງໆ ຂອງກອງພົນທີ 1.
ສະຫາຍ ພັນໂທ ພອນຄຳ ແກ້ວບຸນເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນ 162 ໄດ້ຕີລາຄາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ເນື້ອໃນສະເລ່ຍ ຄື: ໜ່ວຍພັກ 1 ເທົ່າກັບ 9,20 ຄະແນນ, ໜ່ວຍພັກ 2 ເທົ່າກັບ 9,20 ຄະແນນ, ໜ່ວຍພັກ 3 ເທົ່າກັບ 9,30 ຄະແນນ, ທົ່ວຄະນະພັກຮາກຖານ ສະເລ່ຍໄດ້ 9,23 ຄະແນນ; ຂະບວນການສ້າງກອງ 3 ປອດ ຈັດແບ່ງປະເພດການເມືອງພາຍໃນ, ປະເພດ I ຈຳນວນ 157 ສະຫາຍ ເທົ່າກັບ 100%. ຂະບວນການສ້າງກອງວັດທະນະທຳບັນລຸໄດ້ 89,6% ແລະ ນັກຮົບວັດທະນະທຳ ບັນລຸໄດ້ 90,8%, ຊາວໜຸ່ມ 4 ບຸກ 72,81%, ແຂງ 24,27%, ແມ່ຍິງ 3 ດີ ປະເພດ I ມີ 13 ເທົ່າກັບ 100%
ຂ່່າວຍັງໃຫ້ຕື່ມອີກວ່າ: ໜ່ວຍງານດັ່ງກ່າວຍັງໄດ້ເຄື່ອນໄຫວຊຸກຍູ້ຢູ່ກອງຮ້ອຍເຄມີ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ