
ສຳເລັດກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ນະຄອນປາກເຊ ຄັ້ງທີ V
ເວລາອອກຂ່າວ: 2024-05-27 08:42:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່ານະຄອນປາກເຊ ແຂວງຈຳປາສັກ ຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 17 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນ ຂອງຫ້ອງວ່າການປົກຄອງ ນະຄອນປາກເຊ, ໂດຍການເປັນປະທານ ຂອງສະຫາຍ ບົວລີ ເພັດສົງຄາມ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກນະຄອນ, ເຈົ້ານະຄອນປາກເຊ, ມີ ສະຫາຍ ພັນເອກ ບຸນມາກ ວິລະວົງ ກໍາມະການຄະນະສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ, ມີບັນດາຄະນະບໍລິຫານງານພັກນະຄອນ, ຫ້ອງການທີ່ກ່ຽວຂ້ອງ, ກອງບັນຊາການ ປກຊ-ປກສ ນະຄອນ, ຕະຫຼອດຮອດຜູ້ແທນສົມບູນທີ່ມາຈາກສະຫະພັກນັກ
ຮົບເກົ່ານະຄອນ, ສະຫະພັນນັກຮົບເກົ່າຂັ້ນໜ່ວຍຮາກຖານບ້ານເຂົ້າຮ່ວມ.
ສະຫາຍ ພັນໂທ ສີຈັນ ທົງມະນີ ຮັກສາການ ປະທານສະຫະພັນນັກຮົບເກົ່ານະຄອນປາກເຊ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກຂອງສະ
ຫະພັນນັກຮົບເກົ່ານະຄອນປາກເຊ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໄດ້ຖືສຳຄັນກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍໄດ້ນຳເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງ ແລະ ມູນເຊື້ອວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ມາຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເປັນ
ເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ມີຜົນສຳເລັດເປັນຢ່າງດີ ພ້ອມດຽວກັນນັ້ນ, ຍັງໄດ້ເອົາ
ໃຈໃສ່ຕໍ່ວຽກງານໂຄສະນາ-ອົບຮົມ, ວຽກງານຈັດຕັ້ງນະໂຍບາຍ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ປັດຈຸບັນ ສະຫະພັນນັກຮົບເກົ່ານະຄອນປາກເຊ ປະກອບມີ 1 ໜ່ວຍພັກ, ມີສະມາຊິກພັກທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ, ສະມາຊິກພັກສຳຮອງ 1 ສະຫາຍ, ສາມາດຕີລາຄາປະເພດເຂັ້ມແຂງ ຈຳນວນ 3 ສະຫາຍ, ແຂງ 8 ສະຫາຍ, ຍິງ 4 ສະຫາຍ. ໃນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບມີຄວາມໝາຍ, ຄວາມສຳຄັນ ແລະ ຮັດກຸມຂຶ້ນຕື່ມ. ຈາກນັ້ນ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່ານະຄອນປາກເຊ ຊຸດໃໝ່ໄດ້ຕາມລະດັບຄາດໝາຍທີ່ກຳນົດໄວ້. ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັນໂທ ສີຈັນ ທົງມະນີ ເປັນປະທານສະຫາພັນນັກຮົບເກົ່ານະຄອນປາກເຊ, ສະຫາຍ ຮ້ອຍເອກ ທອງລາ ອິນທິລາດ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ພັນໂທ ກັນແກ້ວ ປັນຍາສິດ ເປັນຮອງປະທານກວດກາ. ນອກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຂອງສະຫະພັນນັກຮົບເກົ່າແຂວງຈຳປາສັກ ຈຳນວນ 7 ສະຫາຍຕື່ມອີກ.
ໂອກາດນີ້, ສະຫາຍ ບົວລີ ເພັດສົງຄາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນໆງານທີ່ບັນດາສະຫາຍສະຫະພັນນັກຮົບເກົ່ານະຄອນປາກເຊ ສ້າງໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ພ້ອມທັງເນັ້ນໜັກບາງບັນຫາຕໍ່ກັບຄະນະຊຸດໃໝ່ຄັ້ງນີ້, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນພາຍໜ້າມີຜົນສຳເລັດ ແລະ ສອດຄ່ອງຢ່າງມີວິໄສທັດ ເປັນຕົ້ນແມ່ນການເອົາໃຈໃສ່ສືກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ-ລັດຖະກອນຢູ່ພາຍໃນກົມກອງ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກແບບວິທະຍາສາດທີ່ທັນສະໃໝສາມາດແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຖືກຕ້ອງຢ່າງຈະແຈ້ງ ແລະເໝາະສົມ,ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ ດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ມີຄວາມດຸໝັ່ນຂະຫຍັນພຽນ ປະຢັດອົດທົນ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເພິ່ງຕົນເອງກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ