
ກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານ ແຂວງແທັງຮວ່າ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື
ເວລາອອກຂ່າວ: 2024-05-27 08:40:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 444 | ຄວາມນິຍົມ:
ວັນທີ 17 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານແຂວງແທັງຮວ່າ ສສ ຫວຽດນາມ ໄດ້ຈັດ
ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳປີ 2024 ຢູ່ທີ່ ຫ້ອງປະຊຸມຫ້ອງການ ກອງບັນຊາການທະຫານແຂວງແທັງຮວ່າ, ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານ
ແຂວງຫົວພັນ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ພິເສດເລ ວັນຈຸງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງແທັງຮວ່າ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບການຮອບດ້ານ ແລະ ຕີລາຄາຜົນການພົວພັນຮ່ວມມືໃນໄລຍະຜ່ານມາ ເຫັນວ່າ ສອງ
ຝ່າຍ ໄດ້ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສອງກຳລັງປະກອບອາອຸດ, ປະຊາຊົນບັນດາເຜົ່າທີ່ຢູ່ລຽບຕາມຊາຍແດນ ຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດ, ທັງສອງຝ່າຍໄດ້ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນເຊິ່ງສະແດງອອກ ກອງບັນຊາການທະຫານແຂວງຫົວພັນ ໄດ້ປະສານສົບທົບກັບອຳນາດການປົກຄອງທ້ອງຖິ່ນ ຕອບສະໜອງຂໍ້ມູນກ່ຽວກັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບົນດິນແດນແຂວງຫົວພັນ ແລະ ໄດ້ຍົກສູງຜົນງານໃນການຊອກຫາຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດດັ່ງກ່າວ ກັບຄືນ ປະເທດ ສົກປີ 2023-2024 ໄດ້ 16 ອັດຖິ, ກອງບັນຊາການທະຫານແຂວງແທັງຮວ່າ ໄດ້ຊ່ວຍເຝິກອົບຮົມໃຫ້ກອງຫຼອນໄດ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ 80 ສະຫາຍ, ມອບເຂົ້າສານ ຈຳນວນ 5 ໂຕນ, ແລະ ຕົ້ນໄມ້ປະດັບ ຈຳນວນ 100 ຕົ້ນ, ລວມມູນຄ່າການຊ່ວຍ ເຫຼືອທັງໝົດ 617.000.000 ດົງ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ພ້ອມກັນປຶກສາຫາລື ແລະ ສືບຕໍ່ຮ່ວມມືຮອບດ້ານ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າສະເພາະ ສອງແຂວງຫົວພັນ-ແທັງຮວ່າ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ.
ໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມື ແລະ ຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມພົບປະແລກປ່ຽນປະຈຳປີ ພ້ອມນີ້, ກອງບັນຊາການທະຫານແຂວງຫົວພັນຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ແລະ ລວມໝູ່ທີ່ມີຜົນງານດີເດັ່ນເຂົ້າໃນການຊອກຫາຂຸດຄົ້ນອັດຖິ ປະຈຳ ປີ 2023-2024 ນຳອີກ. ຈາກນັ້ນ, ຄະນະກອງບັນຊາການທະຫານແຂວງຫົວພັນ ຍັງໄດ້ໄປພົບປະຢ້ຽມຢາມ ກອງບັນຊາການທະຫານຊາຍແດນ ແລະ ຫ້ອງການສະຫະພັນນັກຮົບເກົ່າ ຂອງແຂວງແທັງຮວ່າ ນຳອີກ.
ໂດຍ: ນາງ ຄຳມະນີ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ