
ປະກາດການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກ ຢູ່ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2024-05-27 08:37:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກ ຢູ່ຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນ
ວັນທີ 22 ພຶດສະພາ 2024 ນີ້, ໂດຍການເປັນປະທານ ຂອງສະ ຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ, ພະແນກການທີ່ກ່ຽວຂ້ອງ, ຕະ ຫຼອດຮອດພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ອຸ່ນ ລັດຕະນະຮອງຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງ ວ່າດ້ວຍການຍົກຍ້າຍ ສະຫາຍ ພັນໂທ ພອນວັນ ມີປະເສີດ ຫົວໜ້າພະແນກໂຮງ ຮຽນ ໄປຮັບໜ້າທີ່ໃໝ່ຢູ່ກອງພັນ 415 ພ້ອມທັງຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນ ກການ ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ເອັງ ມູນເມືອງຊຳ ເປັນຫົວໜ້າພະແນກໂຮງຮຽນ, ສະຫາຍ ພັນໂທ ສົມພອນ ໂຊທຣາງ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງເສນາທິການ, ສະຫາຍ ພັນຕີ ສົມເກດ ຫວິ່ງສັກ ເປັນຮອງຫົວໜ້າພະແນກກຳລັງພົນ ຫ້ອງເສນາທິການ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ປັບປຸງແບບແຜນການນຳພາ-ຊີ້ນຳ, ແບບແຜນວິທີເຮັດວຽກບົນຫຼັກ ການຂອງພັກ ແລະ ຄົ້ນຄວ້າ ກຳແໜ້ນພາລະບົດບາດໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມເປັນແບບຢ່າງນຳໜ້າເຄົາລົບລະບຽບຂອງພັກ, ກົດ ໝາຍລັດ, ລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດ, ເພີ່ມທະວີເຕົ້າໂຮມຄວາມສາມັກຄີເຫັນດີເປັນເອກພາບໝູ່ຄະນະ ພ້ອມກັນພັດທະນາກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເປັນກ້າວໆ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ