
ເປີດອົບຮົມ-ຫັດແອບ ການເມືອງ-ການທະຫານ ໃຫ້ກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ
ເວລາອອກຂ່າວ: 2024-05-23 09:25:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 568 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2024 ນີ້, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ເປີດຊຸດອົບ ຮົມ-ຫັດແອບການເມືອງ-ການທະຫານ ໃຫ້ຫົວໜ້າຂະແໜງການທະຫານທ້ອງຖິ່ນ ແລະ ຄະນະກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ ຊຸດທີ 2, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຮອງຫົວໜ້າ ກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ກັນຍາ ບໍລິວັນ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານແຜນການອົບຮົມ-ຫັດແອບການເມືອງ-ການທະຫານ ໃຫ້ຫົວໜ້າຂະແໜງການທະຫານທ້ອງຖິ່ນ ແລະ ຄະນະກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ ຊຸດທີ 2 ປະຈຳປີ 2024, ໂດຍປະຕິບັດຕາມແຈ້ງການ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄຳແນະນຳ ຂອງກົມໃຫຍ່ເສນາທິການກອງທັບ ແລະ ແຜນການອົບຮົມ-ຫັດແອບ ຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການອົບຮົມ-ຫັດແອບ ໃຫ້ຫົວໜ້າຂະແໜງການທະຫານທ້ອງຖິ່ນ ແລະ ຄະນະກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ ປະຈຳປີ 2024, ເພື່ອແນໃສ່ເຮັດໃຫ້ພະນັກງານບັນຊາ, ບັນດາຄະນະກອງຮ້ອຍກອງຫຼອນ ຮັບຮູ້ ແລະ ເຂົ້າໃຈຕໍ່ສິດ, ໜ້າທີ່, ພາລະບົດບາດຂອງຕົນ, ຮູ້ໄດ້ຄວາມໝາຍ ຄວາມສຳຄັນ ຂອງວຽກງານການທະຫານທ້ອງຖິ່ນ ທັງເປັນການປັບປຸງກໍ່ສ້າງກຳລັງປະກອບອາວຸດຂັ້ນທ້ອງຖິ່ນ ໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້ທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ຮູ້ໝູນໃຊ້ອາວຸດຍຸດໂທປະກອນ ເຂົ້າໃນການປົກປັກຮັກສາທ້ອງຖິ່ນຂອງຕົນໃຫ້ມີຄວາມປອດໄພ. ເນື້ອໃນອົບຮົມ-ຫັດແອບ ພາກການເມືອງ ຈະໄດ້ຮຽນຮູ້ມູນເຊື້ອຂອງກອງທັບ, ວິ ທີຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ຂໍ້ກຳນົດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ຂອງຫົວໜ້າກອງຮ້ອຍກອງ ຫຼອນ, ຂໍ້ກຳນົດ ຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການຄຸ້ມຄອງອາວຸດ-ກະສຸນ, ວິທີສ້າງແຜນການສູ້ຮົບປ້ອງກັນບ້ານ ແລະ ຫຼັກການເສນາທິການ, ສ່ວນພາກການທະຫານ ຈະໄດ້ຮຽນຮູ້ວິທີການມ້າງ-ປະກອບປືນ, ການເລັ່ງເປົ້າຍິງປືນທະ ຫານຮາບ, ວິທີຂຸດຂຸມຄອງສູ້ຮົບບຸກຄົນ, ວິທີສ້າງ ແລະ ນຳໃຊ້ອາວຸດພື້ນເມືອງປະເພດຕ່າງໆ, ຮຽນ 7 ຈັງຫວະພື້ນຖານໃນເວລາສູ້ຮົບ, ຫຼັກການຮູບແຖວຈຸປ້ອງກັນເວນຍາມ, ໝູ່ຊອກຄົ້ນຕີ, ໝູ່ດັກສະກັດ, ໝວດ ຫຼື ກອງຮ້ອຍສູ້ຮົບປ້ອງກັນບ້ານ. ຊຸດອົບຮົມຄັ້ງນີ້ ມີຈຳນວນພົນເຂົ້າຮ່ວມ ທັງໝົດ 90 ສະຫາຍ ແລະ ຈະໄດ້ດຳເນີນການອົບຮົມ ເປັນເວລາ 15 ວັນ ຈຶ່ງຈະສໍາເລັດ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ