ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກົມໃຫຍ່ເຕັກນິກກອງທັບເຂົ້າຊົມງານວາງສະແດງຮູບພາບ ສະເຫຼີມສະຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ
ເວລາອອກຂ່າວ: 2024-05-21 15:05:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1089 | ຄວາມນິຍົມ:



ວັນທີ 21 ພຶດສະພາ 2024 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ນຳພາສະມາຊິກຊາວໜຸ່ມ-ແມ່ຍິງ ຈໍານວນ 25 ສະຫາຍເຂົ້າຮັບຊົມງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ(7 ພຶດສະພາ 1954-7 ພຶດສະພາ 2024) ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ນຳພາໂດຍ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍສະມາຊິກຊາວໜຸ່ມ-ແມ່ຍິງເຂົ້າຮ່ວມຮັບຊົມ. ຈຸດປະສົງຂອງການເຂົ້າຮັບຊົມງານວາງສະແດງຮູບພາບໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນ ແລະ ຖືເອົາໂອກາດນີ້ເປັນການປຸກລະດົມແນວຄິດຈິດໃຈຂອງພະນັກງານ - ນັກຮົບໄດ້ຮຽນຮູ້ເຖິງມູນເຊື້ອທາງດ້ານປະຫວັດສາດ, ມູນເຊື້ອຮ່ວມສຳພັນສູ້ຮົບກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຜົນງານໄຊຊະນະບັ້ນຮົບດຽນບຽນຟູ, ໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມເທົ່ານັ້ນ; ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນເພື່ອ ປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງ ລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ. ສໍາລັບປະເທດລາວ, ໄຊຊະນະດຽນບຽນຟູ ໄດ້ ມີຄວາມສໍາຄັນໃນການສາມັກຄີພິເສດ, ຮ່ວມ ສຳພັນສູ້ຮົບລະຫວ່າງລາວ – ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ຊ່ວຍໜູນ ເຊິ່ງກັນ ແລະ ກັນ ເພາະວ່າດຽນບຽນຟູ ຢູ່ໃກ້ໆກັບແຂວງຜົ້ງສາລີ ແລະ ຫົວພັນ, ສະນັ້ນ ຕີຊະນະຝຣັ່ງຢູ່ດຽນບຽນຟູຈຶ່ງທັບມ້າງແຫຼ່ງທີ່ໝັ້ນສໍາຄັນຂອງສັດຕູ. ໂດຍ: ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ