
ວປກ ຕ້ອນຮັບຄະນະຜູ້ແທນຄູ-ອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນ
ເວລາອອກຂ່າວ: 2024-05-21 15:03:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1121 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງພິທີຕ້ອນຮັບ ຄະນະຜູ້ແທນ ຄູ-ອາຈານ ແລະ ນັກສຶກສາ ຈາກ ມະຫາວິທະຍາໄລເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນ ມາຢ້ຽມຢາມ ແລະ ຮ່ວມເຮັດວຽກ ໃນລະຫວ່າງວັນທີ 16-17 ພຶດສະພາ 2024 ນີ້, ເຊິ່ງນໍາໂດຍ ສະຫາຍ ພັນເອກ ພິເສດ ຮອງສາດສະດາຈານ ຮວງ ໂຢງ, ຫົວໜ້າພະແນກອາຊີ ມະຫາວິທະຍາໄລເຕັກນິກວິທະຍາສາດ, ໃຫ້ກຽດຕ້ອນຮັບໃນຄັ້ງນີ້ໂດຍ ແມ່ນ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີ ສະຫາຍ ພັນເອກ ພິເສດ ຫຼີປີງ ຫົວໜ້າຫ້ອງການທີປືກສາທູດ ສປ ຈີນ ປະຈຳ ສປ ລາວ, ພ້ອມດ້ວຍຄະນະພັກ-ຄະນະບັນຊາທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ, ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ວປກ ໃນຄັ້ງນີ້, ຂອງ ສະຫາຍ ພັນເອກ ພິເສດ ຮອງສາດສະດາຈານ ຮວງ ໂຢງ, ພ້ອມຄະນະ. ເຊິ່ງເປັນການປະກອບສ່ວນນຳຜົນປະໂຫຍດສູງສຸດໃຫ້ແກ່ວຽກງານຂອງສອງກອງທັບ ລາວ-ຈີນ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການມາພົບປະລະຫວ່າງ ຄະນະຜູ້ແທນ ຄູ-ອາຈານ ແລະ ນັກສຶກສາ ຈາກ ມະຫາວິທະຍາໄລເຕັກໂນໂລຊີ ປ້ອງກັນຊາດ ສປ ຈີນ ກັບ ຄະນະນຳວິທະຍາຄານ, ຄູ-ອາຈານ, ພະນັກງານວິຊາການຝ່າຍ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນຄັ້ງນີ້, ຈະສາມາດຜັນຂະຫຍາຍ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ສອງພັກ-ສອງລັດ ກໍ່ຄື ສອງກະຊວງປ້ອງກັນປະເທດ ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ນອກຈາກນີ້, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ຜັດປ່ຽນກັນມີຄຳເຫັນ ສະເໜີຈຸດປະສົງໂດຍສັງເຂບກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງວິທະຍາຄານແຕ່ລະຝ່າຍ ແລະ ໄດ້ປຶກສາຫາລືແລກປ່ຽນບາງບົດຮຽນເຊິ່ງກັນ ແລະ ກັນ.
ໃນເວລາດຽວກັນນີ້, ຄະນະຜູ້ແທນ ຄູ-ອາຈານ ແລະ ນັກສຶກສາ ກໍ່ໄດ້ເຂົ້າຢຽມຊົມຫໍມູນເຊື້ອ ແລະ ຫໍສະໝຸດ ຂອງ ວປກ, ພົບປະໂອ້ລົມກັບນັກສຶກສານາຍທະຫານ ລາວ ຫ້ອງຍຸດທະສາດ, ພົບປະໂອ້ລົມນັກສຶກສາພາສາຈີນ ປີ 3 ແລະ ປີ 4 ອີກດວ້ຍ.
ພາບ-ຂ່າວ: ຮທ ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ