ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ 2024 ລະຫວ່າງ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ກອງບັນຊາການທະຫານແຂວງຮ່າຕີ້ງ
ເວລາອອກຂ່າວ: 2024-05-21 10:54:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1161 | ຄວາມນິຍົມ:



ກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ 2024 ລະຫວ່າງ ກອງບັນຊາການທະຫານແຂວງບໍລິຄຳໄຊ ສປປ ລາວ ແລະ ກອງບັນຊາການທະຫານແຂວງຮ່າຕີ້ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນວັນທີ18 ພຶດສະພາ 2024 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຮ່າຕີ້ງ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ຫວໍກວາງທ້ຽນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຮ່າຕີ້ງ ພ້ອມຄະນະ, ຝ່າຍກອງບັນຊາການ ທະຫານແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການ, ຜົນສຳເລັດການຮ່ວມມືຮອບດ້ານລະຫວ່າງ 2 ກອງບັນຊາການທະຫານແຂວງໃນ 1ປີຜ່ານມາ, ພ້ອມທັງສືບຕໍ່ຮ່ວມມືໃນ 1ປີຕໍ່ໜ້າ ໄລຍະຜ່ານມາຄະນະພັກ-ຄະນະບັນຊາທັງ 2 ກອງບັນຊາການກໍ່ໄດ້ເອົາໃຈໃສ່ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ການຍົກຍ້າຍຕັ້ງຖິ່ນຖານພູມລໍາເນົາທີ່ບໍ່ຖືກຕ້ອງຕາມແນວຊາຍແດນຂອງສອງປະເທດໃຫ້ລຸດໜ້ອຍຖອຍລົງ, ເຊິ່ງສາມາດເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ, ວັດທະນະທຳ-ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄດ້ປະສານສົມທົບຮ່ວມມືກັບຄະນະປະຕິບັດງານພິເສດ ແຂວງຮ່າຕີ້ງ ສສ ຫວຽດນານ ລົງເກັບກຳຂໍ້ມູນ, ສຳຫຼວດ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງບໍລິຄຳໄຊໄດ້ 09 ອັດຖິ ພ້ອມຈັດພິທີສົ່ງກັບຄືນປະເທດຢ່າງສົມກຽດ, ກອງບັນຊາການທະຫານແຂວງຮ່າຕີ້ງໄດ້ເປັນເສນາທິການ ຂໍທຶນນຳແຂວງຮ່າຕີ້ງ ຊ່ວຍເຫຼືອກໍ່ສ້າງໂຮງໝໍ ທະຫານແຂວງບໍລິຄຳໄຊຫຼັງໃໝ່ ຈຳນວນ 8,3 ຕື້ດົ່ງ ແລະ ໄດ້ລົງມືກໍ່ສ້າງ ແລະ ມອບ-ຮັບສໍາເລັດເປັນທີ່ຮຽບຮ້ອຍ, ໄດ້ໃຫ້ທຶນຝືກອົບຮົມວຽກງານເສນາທິການ ແລະ ວຽກງານເຕັກນິກ ໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊ ຈຳນວນ 20 ສະຫາຍ, ຊ່ວຍເຫຼືອທຶນຮຽນພາສາຫວຽດນາມ ແລະ ການແພດ ຈຳນວນ 05 ທຶນ, ນອກນີ້ຍັງຈະໄດ້ເອົາໃຈໃສ່ສືບຕໍ່ກວດກາ, ຕິດຕາມເກັບກຳສະພາບການຮອບດ້ານ, ຕ້ານ ແລະ ສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິເວນຊາຍແດນ, ສືບຕໍ່ເສີມຂະຫຍາຍຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະ ສອງກອງບັນຊາການທະຫານແຂວງບໍລິຄຳໄຊ-ຮ່າຕີ້ງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດນີ້, ສອງຝ່າຍຍັງໄດ້ຜ່ານບົດບັນທຶກຊ່ວຍຈຳ 02 ສະບັບ, ສະບັບທີ 01 ວ່າດ້ວຍການພົວພັນຮ່ວມມືຮອບດ້ານຂອງສອງຝ່າຍ ປະຈຳປີ 2024 ໂດຍໃຫ້ກຽດລົງນາມເຊັນບົດບັນທຶກຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ພັນເອກ ຫວໍກວາງທ້ຽນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງຮ່າຕີ້ງ ແລະ ສະບັບທີ 02 ວ່າດ້ວຍ ການຮ່ວມມືເຄື່ອນໄຫວກອບກູ້ໄພພິບັດທາງທໍາມະຊາດ ລະຫວ່າງສອງກອງບັນຊາການທະຫານແຂວງບໍລິຄຳໄຊ-ຮ່າຕີ້ງ, ໂດຍການລົງນາມເຊັນບົດບັນທຶກລະຫວ່າງ ສອງຫົວໜ້າຫ້ອງເສນາທິການ ສອງກອງບັນຊາການ, ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ຂ່າວ-ພາບ ສີທອງຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ