ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກົມກົດໜາຍກະຊວງປ້ອງກັນປະເທດ ເຄື່ອນໄຫວສະຫຼຸບຖອດຖອນບົດຮຽນຢູ່ກອງພົນທີ2
ເວລາອອກຂ່າວ: 2024-05-21 10:52:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1376 | ຄວາມນິຍົມ:



ໃນວັນທີ20 ພຶດສະພາ 2024 ນີ້, ກົມກົດໜາຍກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພັນໂທ ພະນາວັນ ພັນສະນາພອນ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວສະຫຼຸບຖອດຖອນບົດຮຽນຢູ່ກອງພົນທີ2 ເປັນປະທານໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ2 , ມີສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ພະນັກງານວິຊາການກົມກົດໝາຍເຂົ້າຮ່ວມ. ສະຫາຍ ພັນໂທ ຫຸມແພງ ພົມມະນີ ຫົວໜ້າພະແນກກົດໝາຍ ກອງພົນທີ2 ໄດ້ລາຍງານສະພາບທີ່ຕັ້ງ, ຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດໜ້າທີ່ ແລະ ຜົນງານການເຄື່ອນໄຫວວຽກງານວິຊາສະເພາະກົດໝາຍໃນໄລຍະຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຍຸ້ງຍາກໃນການປະຕິບັດຕົວຈິງພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ-ຄະນະບັນຊາກອງພົນ ແລະ ການຊີ້ນໍາດ້ານວິຊາສະເພາະຂອງກົມກົດໝາຍ, ມີພາລະບົດບາດເປັນເສນາທິການໃນການຄົ້ນຄ້ວາ, ສ້າງປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ, ກວດກາ ຕິດຕາມຄວາມສອດຄ່ອງໃນການປະຕິບັດກົດໝາຍ ແລະ ປະເມີນຜົນກະທົບກ່ຽວກັບຮ່າງນິຕິກໍາຕ່າງໆຂອງບັນດາກົມກອງໃນກອງພົນທີ2, ໂຄສະນາເຜີຍແຜ່ກົດໝາຍສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ພະນັກງານ-ນັກຮົບໃນທົ່ວກອງພົນທີ2 ແລະ ປະຕິບັດຄໍາຕັດສີນຂອງສານໃນການປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສີນ ແລະ ຄໍາພິພາກສາຂອງສານທະຫານພາກທີ່ໃຊ້ໄດ້ຢ່າງເດັດຂາດ, ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງນາຍ ແລະ ພົນທະຫານໃນທົ່ວກອງພົນທີ2. ກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ວຍຄວາມສ້າງສັນແນໃສ່ເສີມສ້າງດ້ານດີ ແລະ ຫາວິທີປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ດີຂຶ້ນເລື້ອຍໆ ເພື່ອເຮັດໃຫ້ວຽກງານກົດໝາຍມີຄວາມສັກສິດ ແລະ ມີປະສິດທິພາບສູງສຸດ. ໂດຍ: ອານຸສັກ ອຳພັນວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ