ຍົກສູງວຽກງານອົບຮົມສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແຕ່ລະເປົ້າໝາຍ
ເວລາອອກຂ່າວ: 2024-05-21 09:03:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ກຳມະການຄະນະປະຈຳພັກແຂວງ, ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ໄດ້ກ່າວວ່າ: ປັດຈຸບັນເຖິງແມ່ນວ່າປະເທດຊາດຈະມີຄວາມສະຫງົບ, ການເມືອງພາຍໃນມີຄວາມໝັ້ນຄົງ, ການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຕ່ພວກກຳລັງອິດທິປໍລະປັກຍັງສຶບຕໍ່ເຄື່ອນໄຫວກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ ພວກເຂົາໄດ້ເຄື່ອນໄຫວທຳລາຍມ້າງເພແນວຄິດ, ຄວາມສາມັກຄີປອງດອງພາຍໃນຊາດ ໂດຍພະຍາຍາມນຳໃຊ້ຊ່ອງວ່າງກົນໄກເປີດກວ້າງການຮ່ວມມືສາກົນເພື່ອກົດດັນແຊກແຊງທາງສາ
ສະໜາ, ສິດທິມະນຸດ, ບັນຫາຊົນເຜົ່າ ແລະ ອື່ນໆ ເປັນຂໍ້ອ້າງເພື່ອໂຄສະນາທັບຖົມໂຈມຕີແນວທາງນະໂຍບາຍຂອງພັກ-ລັດ ແລະ ກ່ໍໃຫ້ເກີດມີປະກົດການຫຍໍ້
ທໍ້ໃນສັງຄົມ. ຕໍ່ບັນຫາດັ່ງກ່າວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານເປັນບູລິມະສິດແຖວໜ້າ ຕິດພັນກັບວຽກງານ 3 ສ້າງຫັນລົງສູ່ຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ສ້າງທ່າສະໜາມສາມຂັ້ນໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ ດັ່ງນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຈິ່ງອອກມະຕິຕົກລົງໃຫ້ມີການສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີຂອງແຕ່ລະພາກຄື: ພາກເໜືອ, ພາກກາງ, ພາກໃຕ້ ແລະ ເຂດໃຈກາງນະຄອນຫຼວງວຽງຈັນ ມອບໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ການນຳແຂວງ, ນະຄອນຫຼວງວຽງຈັນ, ກອງບັນຊາການທະຫານແຂວງ-ນະຄອນຫຼວງວຽງຈັນ, ກອງບັນຊາປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງວຽງຈັນ
ແລະ ອຳນາດການປົກຄອງເມືອງທຸກຂັ້ນ ເປັນເຈົ້າການປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມສະຫງົບໂດຍພື້ນຖານໃນນີ້, ເວົ້າສະເພາະແຂວງເຊກອງ ເປັນແຂວງໜື່ງທີ່ມີຍຸດທະສາດສຳຄັນ ແລະ ມີມູນເຊື້ອປະຕິວັດ ໃນການສູ້ຮົບປົດປ່ອຍຊາດ ແລະ ເປັນກຳລັງຫຼັກແຫຼ່ງຄໍ້າປະກັນໃຫ້ປະເທດຊາດມີສະຖຽນນະພາບທາງດ້ານການເມືອງ, ເສດຖະກິດເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມໝັ້ນຄົງຮຸ່ງເຮືອງສີວິໄລ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຍັງກ່າວຕື່ມວ່າ: ຕໍ່ວຽກງານດັ່ງກ່າວ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ ໄດ້ຈັດຕັ້ງອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປົ້າໝາຍແຕ່ລະຂັ້ນນັບແຕ່ຂັ້ນແຂວງ, ເມືອງ, ພະແນການຕ່າງໆ ໂດຍຖື
ເອົາວຽກງານດັ່ງກ່າວເປັນບ່ອນອີງໃນການເຮັດໃຫ້ສະພາບມີຄວາມສະຫງົບ ໜູນໜິບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ໃຫ້ມີທ່າກ້າວຂະ
ຫຍາຍຕົວ ປະຊາຊົນບັນດາເຜົ່າຢູ່ທ່າງທຳມາຫາກິນ. ສະເພາະໃນປີ 2024 ນີ້, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເປີດຊຸດອົບຮົມໃຫ້ເປົ້າໝາຍ 4 ຊຸດທີ I ປະຈຳປີ 2024 ເຊິ່ງມີສຳມະນາກອນເຂົ້າຮ່ວມຕາມແຜນການອົບຮົມທັງໝົດ 32 ສະຫາຍ ແຕ່ຕົວຈິງມີ 26 ສະຫາຍ ໂດຍນຳໃຊ້ທຶນຮອນການອົບຮົມຈາກຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເຊິ່ງເນື້ອໃນການອົບຮົມປະກອບມີ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ສະໜາມຫັດແອບ, ຕະຫຼອດໄລຍະການອົບຮົມ 16 ວັນ ຄະນະຮັບຜິດຊອບ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກເຝິກອົບຮົມ ໄດ້ພ້ອມກັນຍົກສູງຄຸນທາດການເມືອງ, ນ້ຳໃຈເດັດດຽວປະຕິວັດສຸມໃສ່ການອົບຮົມ-ຫັດແອບຢ່າງຕັ້ງໜ້າ ສາມາດກຳໄດ້ທາງດ້ານທິດສະດີ, ຫຼັກການທີ່ສຳຄັນຕ່າງໆ
ທີ່ຄະນະສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບວາງອອກ ໃນນັ້ນ, ໄດ້ເລັ່ງໃສ່ເປົ້າໝາຍພະນັກງານນຳພາ-ບັນຊາຂັ້ນບ້ານ, ເມືອງ ແລະ ແຂວງ ເປັນຈຸດສຸມຕົ້ນຕໍສຳຄັນ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ໃນການນຳພາ-ບັນຊາສູ້ຮົບ ແລະ ແກ້ໄຂກໍລະນີຕ່າງໆ ຢູ່ຂັ້ນຮາກຖານເມື່ອມີສະພາບກໍສາມາດແກ້ໄຂໄດ້ຂາດຕົວໃນພາວະເພີ່ມທະວີກຽມພ້ອມສູ້ຮົບ, ຄວາມຕັດສີນໃຈຂອງຜູ້ບັນຊາດ້ານຮົບແນວໜ້າຢູ່ຂັ້ນທ້ອງຖິ່ນ ທັງເປັນການທົບຖວນຄືນມູນເຊື້ອພິລະອາດຫານ ຂອງປະຊາຊົນແຂວງເຊກອງ, ເວົ້າສະເພາະແມ່ນພະນັກ
ງານນຳພາ-ບັນຊາຂັ້ນຕ່າງໆຢູ່ຮາກຖານຕ້ອງກຳແໜ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແໜ້ນ. ຜ່ານການອົບຮົມ-ຫັດແອບຕົວຈິງເຫັນວ່າບັນດານັກເຝິກອົບຮົມສາມາດກຳແໜ້ນພາກທິດສະດີ ແລະ ພາກປະຕິບັດຕົວຈິງໄດ້ດີສະແດງອອກຜົນການຮຽນບັນລຸໄດ້ 89 % ໃນນັ້ນ, ມີຂັ້ນເກັ່ງ 7 ສະຫາຍ; ກາງ 14 ສະຫາຍ ແລະ ຄາດໝາຍ 5 ສະຫາຍ ໃນການບັນຊາສູ້ຮົບ ແກ້
ໄຂກໍລະນີຕ່າງໆ. ໂອກາດນີ້, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຍັງໄດ້ມອບໃບຍ້ອງຍໍປະເພດນຳພາດີ-ບັນຊາເກັ່ງ ຈຳນວນ 12 ສະຫາຍ, ພະນັກງານຄູ-ອາຈານສອນດີ-ສອນເກັ່ງ ຈຳນວນ 11 ສະຫາຍ ແລະ ມອບໃບກຽດຕິຄຸນໃຫ້ພາກສ່ວນອຸປະຖຳຊຸດອົບຮົມຄັ້ງນີ້ ອີກຈຳນວນໜຶ່ງຢ່າງໜ້າຊົມເຊີຍ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ