ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຮັກສາ​ການ​ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ຕ້ອນຮັບ​ຄະນະ​ກອງ​ກຳລັງ​ສຸ​ຣະ​ສັກ​ມົນຕີ ແຫ່ງ​ຣາ​ຊະ​ອານາຈັກ​ໄທ
ເວລາອອກຂ່າວ: 2024-05-21 09:00:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:



ໃນ​ວັນ​ທີ 17 ພຶດສະພາ 2024 ນີ້, ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ, ທ່ານ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ຮັກສາ​ການ​ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ກົມ​ໃຫຍ່​ເສນາ​ທິ​ການ ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ ຂອງ ທ່ານ ພັນ​ເອກ ປຣາ​ໂມດ ນຽມ​ສຳເພົາ ເສນາ​ທິ​ການ ກອງ​ກຳລັງ​ສຸ​ຣະ​ສັກ​ມົນຕີ ແຫ່ງ​ຣາ​ຊະ​ອານາຈັກ​ໄທ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ທ່ານ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ​ໄດ້​​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ທີ່​ອົບ​ອຸ່ນ ແລະ ຍົກ​ໃຫ້​ເຫັນ​ເຖິງ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ກະຊວງ​ປ້ອງ​ກັນ​ປະເທດ​ ລາວ ແລະ ໄທ ກໍ​ຄື​ການ​ພົວພັນ​ທີ່​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ກອງທັບ​ລາວ-ໄທ ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມ ຢາມ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ ລາວ-ໄທ ຖານ​ບ້ານ​ໃກ້​ເຮືອນ​ຄຽງ ໃຫ້​ນັບ​ມື້​ນັບ​ມີ​ບາດກ້າວ​ຂະຫຍາຍຕົວ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ. ພ້ອມ​ທັງ​ກ່າວ​ຄຳ​ອວຍພອນ​ໃຫ້​ຄະນະ​ກອງ​ກຳລັງ​ສຸ​ຣະ​ສັກ​ມົນຕີ ພ້ອມ​ດ້ວຍ​ຄະນະ ຈົ່ງ​ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ອັນ​ສະຫງ່າ​ງາມ​ຂອງ​ບັນດາ​ທ່ານ. ໂອກາດ​ນີ້, ທ່ານ ພັນ​ເອກ ປຣາ​ໂມດ ນຽມ​ສຳເພົາ ​ໄດ້​​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ທີ່​ສະໜິດສະໜົມ ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ລາຍ​ງານ​ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ກອງທັບ ລາວ-ໄທ ໂດຍ​ສະເພາະ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ກຳລັງ​ທີ່​ປະຕິບັດ​ໜ້າທີ່​ຢູ່​ຊາຍ​ແດນ ລາວ-ໄທ ໃຫ້​ທ່ານ​ຮັກສາ​ການ​ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ຮັບ​ຊາບ ພ້ອມ​ທັງ​ທົບ​ທວນຄືນ​ເຖິງ ໝາກຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ໄລຍະ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ ມື​ກັນ​ໃນຕໍ່ໜ້າ, ເຊິ່ງ​ເຫັນ​ວ່າ​ສາຍ​ພົວ ພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ ລາວ-ໄທ ໄທ-ລາວ ລ້ວນ​ແຕ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ