ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງພັນ​ໃຫຍ່ 643 ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ມວນ​ຊົນ
ເວລາອອກຂ່າວ: 2024-05-21 08:56:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 356 | ຄວາມນິຍົມ:



ໃນຕົ້ນເດືອນພຶດສະພາ 2024 ນີ້, ກອງພັນ​ໃຫຍ່ 643 ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ມວນ​ຊົນ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ກອງພັນ​ໃຫຍ່ 643, ໂດຍ​ການ​ປັນ​ປະທານ ຂອງ​ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ຫົວໜ້າ​ການເມືອງ​ ກອງພັນ​ໃຫຍ່ 643, ມີ​ຄະນະ​ພັກ-ຄະນະ​ບັນຊາ, ມີ​ຫົວໜ້າ​ອະນຸ​ກຳມະການ​ຂະ​ບວນ​ການ, ກຳມະການ​ຕະຫຼອດ​ຮອດ​ນັກ​ກິລາ​ແຕ່​ລະ​ພາກສ່ວນ​ທົ່ວ​ກອງພັນ​ໃຫຍ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ເລຂາ​ຄະນະ​ພັກ, ​ຫົວໜ້າ​ການເມືອງ​ ກອງພັນ​ໃຫຍ່ 643 ໄດ້​ກ່າວ​ເປີດ​ພິທີ​ແຂ່ງຂັນ​ກິລາ​ຂຶ້ນ​ຢ່າງ​ທາງ​ການ ທັງ​ນີ້, ເພື່ອ​ເປັນ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກາດ 643 ທີ່​ຈະ​ເປີດ​ຂຶ້ນນີ້​ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ, ມີ​ບັນຍາກາດ​ອັນ​ຟົດຟື້ນ​ເບີກບານ​ມ່ວນຊື່ນ ພ້ອມ​ທັງ​ເປັນ​ການ​ພົບ​ປະ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ອົງການ, ກົມ​ກອງ, ພະແນກການ, ຄະນະ​ພັກ-ຄະນະ​ບັນຊາ ແລະ​ພະນັກງານ-ນັກຮົບ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ເຊິ່ງ​ກິລາ​ທ່ີ​ນຳ​ມາ​ແຂ່ງຂັນ​ຄັ້ງ​ນີ້​ມີ: ບານສົ່ງ​ອາວຸດ​ໂສເຂົ້າ​ຮ່ວມ 8 ທີມ, ບານສົ່ງ​ຊາຍ 8 ທີມ ແລະ ກິລາ​ເປ​ຕັງ​ການ​ນຳ​ ມີ 10 ທີມ. ຜ່ານ​ການ​ແຂ່ງ​ຈັນຕົວ​ຈິງ ບານສົ່ງ​ອາວຸດ​ໂສ ທີ I ​ພະ​ແນກ​ພະ​ລາທິການ, ທີ II ກອງພັນ​ 977 ແລະ ທີ III ​ພະ​ແນກ​ເສນາ​ທິ​ການ, ບານສົ່ງ​ຊາຍ​ທີ I ​ກອງພັນ​ 977, ທີ II ກອງຮ້ອຍ 159 ແລະ ທີ III ​ກອງຮ້ອຍ 207 ແລະ ເປ​ຕັງ​ການ​ນຳ​ ທີ I ​ກອງພັນ​ 975, ທີ II ພະ​ແນກ​ບໍລິຫານ ແລະ ທີ III ​ພະ​ແນກ​ພະລາທິການ. ໃນພິທີ​ໄດ້​ມອບ​ຂອງຂວັນ​ລາງວັນ​ໃຫ້​ແຕ່​ລະ​ພາກສ່ວນ​ຢ່າງ​ສົມ​ກຽດ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ