ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພົບ​ປະ​ໂອ້​ລົມ ຢູ່ ກອງ​ບັນຊາ​ການ​ທະຫານ​ເມືອງ​ຊຽງ​ຮ່ອນ
ເວລາອອກຂ່າວ: 2024-05-21 08:54:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ໃນ​ວັນ​ທີ 14 ພຶດສະພາ 2024, ສະຫາຍ ພັນ​ເອກ ​ປອ ບຸນ​ຍອງ ດວງ​ດີ ຫົວໜ້າ​ການ​ທະຫານ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະ ນະ ໄດ້​ເຄ​​ືື່ອນ​ໄຫວ​ຢ້ຽມຢາມ ແລະ ພົບ​ປະ​ໂອ້​ລົມຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍພະນັກງານ-ນັກຮົບ ຢູ່ ກອງ​ບັນຊາ​ການ​ທະ ຫານ​ເມືອງ​ຊຽງ​ຮ່ອນ ແຂວງ​ໄຊ​ຍະ​ບູ​ລີ, ໂດຍ​ມີ​ ສະຫາຍ ພັນ​ໂທ ຄຳ​ແພງ ພະນາ​ໄລ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ເມືອງ​ຊຽງ​ຮ່ອນ ພ້ອມ​ດ້ວຍ​ຄະນະ ໃຫ້ການ​ຕ້ອບ​ຮັບ. ສະຫາຍ ພັນ​ເອກ ​ປອ ບຸນ​ຍອງ ດວງ​ດີ ໄດ້​ສະແດງ​ຄວາມ​ຊົມເຊີຍ ​ຕໍ່​ຜົນງານ​ທີ່​ກອງ​ບັນຊາ​ການ​ທະ ຫານ​ເມືອງ​ຊຽງ​ຮ່ອນ ສ້າງ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນ ຊາ​ແຕ່​ລະ​ຂັ້ນ​ເປັນ​ເຈົ້າ​ການ​ໃນ​ ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​​ມີ​ແນວ​ຄິດ​ໜັກ​ແໜ້ນ ເຂັ້ມແຂງ, ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆ ​ຂອງ​ກອງທັບ ກໍ​ຄືຂອງ​ກົມ​ກອງ​ວາງ​ອອກ, ປັບປຸງ​ລະບຽບ​ແບບແຜນ ໂດຍ​ສະເພາະ​ແມ່ນ 7 ລະບອບ 18 ວຽກ​ ໃນ​ມຶ້​ໜຶ່ງ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ເພີ່ມ​ທະວີ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ, ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ​ພາຍ​ໃນ​ກົມ​ກອງ​ໃຫ້​ທັນ​ເວລາ, ປັບປຸງ​ແບບແຜນ​ວິທີ​ນຳພາ-ບັນຊາ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ. ຄຽງ​ຄູ​່ກັນນັ້ນ, ​ຕ້ອງ​ເອົາໃຈໃສ່​ສ້າງ​ພະລາທິ​ການ ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ ຢູ່​ຂອງ​ກົມ​ກອງ​ໃຫ້​ດີຂຶ້ນ, ປົກ​ປັກ​ຮັກສາ​ບົວລະບັດ​ຜັດ​ເຊັດ​ພາຫະນະ​ເຕັກນິກ​ອາວຸດ-ກະ​ສຸນ​ໃຫ້​ດີ​ເພື່ອ​ກຽມພ້ອມ​ສູ້​ຮົບ​ໄດ້​ທຸກ​ເວລາ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕໍ່ ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ ແນ ໃສ່​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ