ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ປິດ​ບັ້ນ​ເຝິກອົບຮົມ​ວຽກ​ງານ​ວິຊາ​ສະເພາະ ໃຫ້​ພະນັກງານ​ຫໍສະໝຸດ ​ກົມ​ກອງ​ເທສະບານ​ແຂວງ​ຊຽງ​ຂວາງ
ເວລາອອກຂ່າວ: 2024-05-21 08:52:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ພິທີ​ປິດ​ບັ້ນ​ເຝິກອົບຮົມ​ວຽກ​ງານ​ວິຊາ​ສະເພາະ​ໃຫ້​ພະນັກງານ​ຫໍສະໝຸດ ​ກົມ​ກອງ​ເທສະບານ​ແຂວງ​ຊຽງ​ຂວາງ ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຊວາງ​ເປັນ​ເຈົ້າພາບ ພາຍຫຼັງ​ທີ່​ໄດ້​ດຳ ເນີນ​ການ​ເຝິກອົບຮົມ​ມາ​ເປັນ​ເວລາ 5 ວັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ພຶດສະພາ 2024, ໂດຍ​ມີ​ ສະຫາຍ ພັນ​ເອກ ວົງ​ສອນ ຢ່າ​ຈົງ​ຕົວຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ, ສະຫາຍ ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ຮອງ​ຫົວໜ້າ​ອຳນວຍ​ການ ຫໍສະໝຸດ​ກອງທັບ​ປະຊາຊົນ​ລາວ, ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ, ພະນັກງານວິ ຊາ​ການ, ຄູ-ອາຈານ ແລະ ນັກ​ເຝິກອົບຮົມ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສະ​ຫວຽງ ຈັນທະ​ວົງ ຫົວໜ້າ​ພະ​ແນກ​ສື່ສານ​ບັນ​ນາ​ນຸ​ກົມ ຫໍສະໝຸດ​ກອງທັບ ໄດ້​ຜ່ານບົດ​ສະຫຼຸບ​ບັ້ນ​ອົບຮົມວິຊາ​ສະເພາະ ໃຫ້​ພະນັກງານຫໍສະໝຸດ​ໃນ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ທີ່​ມາ​ຈາກ 4 ພາກສ່ວນ​ຄື: ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ, ກອງພັນ​ໃຫຍ່ 702, ກອງພັນ​ໃຫຍ່ 643 ແລະ ໂຮງໝໍ​ບໍລິເວນ 101 ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 8 ສະຫາຍ, ເອກະສານ​ທີ່​ນຳ​ມາ​ເຝິກອົບຮົມ​ປະກອບ​ມີຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫໍສະໝຸດ, ການ​ຈັດ​ຫາ​ຊັບພະຍາກອນ​ສາລະ​ສົນເທດ, ການ​ວິເຄາະ​ໝວດ​ໝູ່​ປຶ້ມ, ການ​ກຳນົດ​ຫົວ​ ເລື່ອງປຶ້ມ, ວຽກ​ງານ​ບໍລິການ​ຜູ້​ອ່ານ ແລະ ໂຄສະນາ​ແນະນຳປື້ມ. ທັງ​ນີ້, ເພື່ອ​ເຮັດ​ໃຫ້​ພະນັກງານທີ່​ຮັບ​ຜິດ​ຊອບ​​ວຽກ​ງານ​ຫໍສະໝຸດ​ຢູ່​ບັນດາ​ກົມ​ກອງມີ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ວິຊາ​ສະເພາະ​ດັ່ງກ່າວ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ຫ້ອງ​ສະໝຸດ-ຫ້ອງ​ອ່ານ​ຢູ່​ກົມ​ກອງມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ໄປ​ຄຽງ​ຄູ່​ກັບ​ບັນດາ​ວຽກ​ງານ​ດ້ານ​ຕ່າງໆ ໂດຍ​ສະເພາະ​ຂະ​ບວນ​ການ​ສ້າງ​ກົມ​ກອງ-ນັກຮົບວັດທະນະທຳ. ໃນ​ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ກໍ​ໄດ້​ມອບ​ປຶ້ມຈຳນວນ​ໜຶ່ງ​ໃຫ້​ບັນດາ​ກົມ​ກອງ​ເພື່ອ​ນຳໄປ​ປະກອບ​ເຂົ້າຫ້ອງ​ສະໝຸດ-ຫ້ອງ​ອ່ານຂອງ​ ບັນດາ​ກົມ​ກອງ​ ​ຕື່ມອີກ. ໂດຍ: ວັດທະນາ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ