
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີVII ຂອງຄະນະພັກຮາກຖານ ກອງພັນນ້ອຍຊ່າງແສງ 579
ເວລາອອກຂ່າວ: 2024-05-20 12:28:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1973 | ຄວາມນິຍົມ:
ວັນທີ17 ພຶດສະພາ 2024 ນີ້, ຄະນະພັກຮາກຖານ ກອງພັນ579 ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີVII ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຄະນະພັກກົມໃຫຍ່ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ພະແນກຈັດຕັ້ງພັກ, ຄະນະພັກຮາກຖານ-ຄະນະໜ່ວຍພັກຂຶ້ນກັບ, ສະມາຊິກພັກສົມບູນ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອງມາ ສີສຸລາດ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນນ້ອຍຊ່າງແສງ579 ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງຄະນະພັກຮາກຖານໃນ 5 ປີຜ່ານມາ, ຄະນະພັກໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງາານ-ສະມາຊິກພັກ-ນັກຮົບຮັບຮູ້ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ມີທັດສະນະຫຼັກໝັ້ນຊົນຊັ້ນຈໍາແນກມິດ-ສັດຢ່າງຈະແຈ້ງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ຍຶດໝັ້ນອຸດົມການສັງຄົມນິຍົມ, ຕິດພັນກັບການເປີດບັ້ນດໍາເນີນຊີວິດການເມືອງ, ສຸມໃສ່ການກໍ່ສ້າງກົມກອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການເນື້ອໃນ 7 ຂໍ້ແຂ່ງຂັນຂອງກົມໃຫຍ່ເສນາທິການກອງທັບ, ຄຽງຄູ່ກັບການກໍ່ສ້າງນັກຮົບ-ກົມກອງວັດທະນະທໍາ, ທັງຊີ້ນໍາປ້ອງກັນພາຍໃນລົງສົມທົບແໜ້ນກັບອໍານາດການປົກຄອງບ້ານ, ເກັບກໍາສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຮັກສາໄດ້ຄວາມປອດໄພພາຍໃນກົມກອງມີຄວາມສະຫງົບ 100%, ວຽກງານປັບປຸງກໍ່ສ້າງພັກໄດ້ຖືເອົາ 5 ຫຼັກການ 3 ທິດນໍາຂອງພັກ, ເອົາຄຸນນະພາບເປັນກົກ, ນໍາພາປະຕິບັດລະບອບດໍາເນີນຊີວິດພາຍໃນພັກປະຈໍາເດືອນ, ໄຕມາດ, ປີ, ລວມຈຸ-ໜ່ວຍເສຍເງິນສະຖິຕິຕາມລະບຽບຫຼັກການຢ່າງເຂັ້ມງວດ, ແບບແຜນວິທີເຮັດວຽກຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ ແລະ ບຸກຄົນ ຕິດຕາມກວດກາຊຸກຍູ້ບັນດາແຜນວຽກສະຫຼຸບຖອດຖອນບົດຮຽນສົ່ງເສີມດ້ານຕັ້ງໜ້າ, ປັບປຸງແກ້ໄຂດ້ານຄົງຄ້າງຢ່າງເປັນປົກກະຕິ, ຄະນະພັກ-ໜ່ວຍພັກເປັນແບບຢ່າງຫຼັກແຫຼ່ງໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ, ຄວາມເປັນປືກແຜ່ນພາຍໃນ, ມີຄວາມເປັນເອກະພາບຕໍ່ມະຕິນໍາພາ, ຮັກສາການນໍາພາ-ຊີ້ນໍາມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ຈາກແບບແຜນໃນການນໍາພາ-ຊີ້ນໍາ ດັ່ງກ່າວຄະນະພັກຮາກຖານ ຈຶ່ງມີຄວາມເຂັ້ມແຂງທັງ 4 ດ້ານ ກົມກອງໄດ້ຮັບການຢັ້ງຢືນຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີ 4 ໜ່ວຍ, ມີສະມາຊິກພັກແຂງ 164 ສະຫາຍ, ສະມາຊິກພັກກາງ 3 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 48 ສະຫາຍ, ສໍາຮອງເລື່ອນຂຶ້ນສົມບູນ 36 ສະຫາຍ, ຮັກສາໄດ້ນາມມະຍົດກອງ 3 ປອດໄດ້ 9 ສະໄໝຕໍ່ເນື່ອງ, ໄດ້ຮັບການຍ້ອງຍໍປະເພດຕ່າງໆລວມໝູ່ ແລະ ບຸກຄົນ, ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ II ລວມໝູ່ ຈໍານວນ 4 ໜ່ວຍ, ປະເພດບຸກຄົນໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 3 ໜ່ວຍ, ຊັ້ນ III ຈໍານວນ10 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 17 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 127 ໃບໃນການປະກອບສ່ວນກວດ-ກູ້ລະເບີດໂຄງການເສັ້ນທາງລົດໄຟລາວ-ຈີນ, ຕ້ານ ແລະ ສະກັດກັ້ນໄພພິບັດລາວ-ຫວຽດນາມ-ກໍາປູເຈຍ, ຊ້ອມຮົບລົດຕັງລາວ-ຣັດເຊຍ, ກວດ-ກູ້ ແລະ ທໍາລາຍລະເບີດບໍ່ທັນແຕກເພື່ອມະນຸດສະທໍາ ກັບປະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ໂຄງການ 01728.
ຈາກນັ້ນ, ບັນດາຕ່າງໜ້າໜ່ວຍພັກ, ສະມາຊິກພັກກໍ່ໄດ້ຜັດປ່ຽກັນຂຶ້ນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ພ້ອມທັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເຊິ່ງກອງປະຊຸມໄດ້ເປັນເອກະພາບຄັດເລືອກເອົາ ສະຫາຍ ພັນໂທ ຄອງມາ ສີສຸລາດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຄໍາຟອງ ກິ່ງທອນສິມ ເປັນຮອງເລຂາ, ສະຫາຍ ພັນໂທ ສູນທອນ ເທວາ ເປັນກໍາມະການກວດກາ, ສະຫາຍ ພັນໂທ ພູໂຂງ ກາບສອນຮັກ, ສະຫາຍ ພັນໂທ ຄໍາສ້ອຍ ຄູວິຫານ, ສະຫາຍ ພັນໂທ ຄໍາວອນ ສອນນະລຽນ, ສະຫາຍ ພັນໂທ ຄໍາຈັນ ແກ້ວບຸນທັນ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາທີ່ສໍາຄັນຈາກປະທານຕື່ມອີກ.
ຂ່າວ: ເກດຕະວັນ
ພາບ: ສຸກອນ ພອນສະໜາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ