ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ເຜີຍແຜ່ເອກະສານນິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງນຳໃຊ້ ວັດຖຸທາດບະເບີດອຸດສາຫະກຳ
ເວລາອອກຂ່າວ: 2024-05-20 12:27:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1788 | ຄວາມນິຍົມ:



ໃນວັນທີ16 ພຶດສະພາ 2024 ນີ້, ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ເຜີຍແຜ່ເອກະສານນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງນຳໃຊ້ວັດຖຸທາດລະເບີດອຸດສາຫະກຳ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນໍາວຽກງານອຸດສາຫະກໍາປ້ອງກັນຊາດ, ມີຄະນະກົມ, ຄະນະຫ້ອງ, ຫົວໜ້າບໍລິສັດ, ຕາງໜ້າບໍລິສັດຕ່າງໆພ້ອມດ້ວຍວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກ່າວຈຸດປະສົງຂອງການເຜີຍແຜ່ ນິຕິກຳກ່ຽວກັບການຄຸ້ມຄອງນຳໃຊ້ທາດລະເບີດອຸດສາຫະກຳໃນຄັ້ງນີ້ກໍເພື່ອ ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ຂັ້ນຕອນຕ່າງໆ ກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດ ແລະ ດອກໄມ້ໄຟເຊັ່ນ: ການສ້າງຕັ້ງໂຮງງານ, ການຜະລິດ, ການປົກປັກຮັກສາ, ການນຳໃຊ້, ການຈຳໜ່າຍ, ການຈັດຊື້, ການຂົນສົ່ງເຄື່ອນຍ້າຍ, ການນຳເຂົ້າ-ສົ່ງອອກ, ການຂົນສົ່ງຜ່ານ ສປປ ລາວ ແລະ ການທຳລາຍວັດຖຸທາດລະເບີດອຸດສາຫະກຳ ທີ່ເຊື່ອມຄຸນນະພາບ, ເພື່ອຮັບປະກັນຄວາມປອດໄພໃຫ້ໃຊ້ຊີວິດ, ຊັບສິນຂອງພົນລະເມືອງ ແລະ ຄວາມໝັ້ນຄົນຂອງຊາດ ຈາກນັ້ນ ສະຫາຍ ພັນເອກ ສີແພງ ອອນປະເສີດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພັນເອກ ວິໄລຄໍາ ຫຼວງຊົມພູ ຄະນະພັກກົມໃຫຍ່ ຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບກໍໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະສານນິຕິກຳກ່ຽວກັບການນຳໃຊ້ວັດຖຸທາດລະເບີດອຸດສາຫະກຳຢູ່ ສປປລ ລາວ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆກໍໄດ້ພັດປ່ຽນກັນຊັກຖາມຂໍ້ຂ້ອງໃຈກ່ຽວກັບຂັ້ນຕອນການປະກອບເອກະສານຂໍອະນຸຍາດນຳໃຊ້ ແລະ ຂົນສົ່ງເຄື່ອນຍ້າຍວັດຖຸທາດລະເບີດອຸດສາຫະກຳ ຢູ່ ສປປ ລາວ ຢ່າງກົງໄປກົງມາ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນໍາວຽກງານອຸດສາຫະກຳປ້ອງກັນຊາດກໍໄດ້ຕອບຄຳຖາມຂອງຜູ້ຊັກຖາມບັນຫາຕ່າງໆພ້ອມທັງຊີ້ແຈ້ງໃຫ້ບັນດາຫົວໜ່ວຍທຸລະກິດເຂົ້າໃຈທຸກບັນຫາເພື່ອສາມາດນໍາໄປຈັດຕັັ້ງເຄື່ອນໄຫວທຸລະກິດຕ່າງໆໃຫ້ສອດຄ່ອງກັບກົດໝາຍການຄຸ້ມຄອງນໍາໃຊ້ວັດຖຸທາດລະເບີດອຸດສາຫະກຳຢູ່ໃນ ສປປ ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ