
ປີ 2023 ຜ່ານມາ ຫຼາຍໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-05-20 08:56:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ອີງໃສ່ ບົດສະຫຼຸບກອງປະ ຊຸມຖອດຖອນບົດຮຽນການກໍ່ ສ້າງ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ທີ່ສະເໜີໂດຍ ສະຫາຍ ພັນໂທ ພົງລຳໄພ ພັນທະວົງ ຫົວໜ້າຂະແໜງຈັດຕັ້ງພັກ ກອງພັນໃຫຍ່ 703 ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ແນວທາງນະໂຍບາຍຂອງພັກ ມາເປັນແຜນການນຳພາອັນລະອຽດ, ແທດເໜາະກັບໜ້າທີ່ການເມືອງ ຂອງແຕ່ລະກົມກອງ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ພະນັກງານສະມາຊິກພັກ ຮັກສາໄດ້ທາດແທ້ມູນເຊື້ອ, ຄວາມຈົງຮົກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເດັດດຽວ, ຕ້ານທຸກກົນອຸບາຍທຳລາຍມ້າງເພຂອງກຸມຄົນບໍ່ຫວັງດີ ເປັນເຈົ້າການປົກປ້ອງພັກ, ປົກປ້ອງກົມກອງ, ປົກປ້ອງຕົນເອງ ບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຂຶ້ນພາຍໃນໜ່ວຍພັກ, ພະນັກງານສະມາຊິກພັກ ແລະ ນັກຮົບພາຍໃນກົມກອງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງຄະນະພັກ, ເຕົ້າໂຮມຄວາມສາມັກຄີພາຍໃນໄດ້ເປັນຢ່າງດີ, ສາມາດຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ ແລະ ໜ້າວິຊາສະເພາະການບິນມີຜົນສຳເລັດເປັນຢ່າງດີ ແລະ ຮັບປະກັນຄວາມປອດໄພ. ນອກນັ້ນ, ຍັງໄດ້ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າໃນການປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ ການສ້າງຂະບວນການຕ້ອນຮັບວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ກົມກອງຢ່າງເປັນຂະບວນຟົດຟື້ນຕໍ່ເນື່ອງ. ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ທົ່ວຄະນະພັກກອງພັນໃຫຍ່ 703 ສາມາດຕີລາຄາຄຸນນະພາບສະ ມາຊິກພັກແຂງທັງໝົດ 325 ສະຫາຍ, ຍິງ 56 ສະຫາຍ ເທົ່າກັບ 88,07%, ກາງ 28 ສະຫາຍ, ຍິງ 5 ສະຫາຍ ເທົ່າກັບ 7,58% ແລະ ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈາກຄະນະປະຈຳພັກຂັ້ນເທິງຈຳນວນ 14 ໜ່ວຍພັກເທົ່າກັບ 87,5%, ກາງ 2 ໜ່ວຍພັກເທົ່າກັບ 12,5% ຢ່າງສົມກຽດ.
ສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ກຳມະການຄະນະປະ ຈຳພັກກອງພັນໃຫຍ່, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 703 ຍັງໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບຈຸດີທີ່ກ່າວມາຂ້າງເທີງນັ້ນ ຍັງມີບາງຈຸດທີ່ຍັງຄົງຄ້າງ ເຫັນວ່າຄວນເອົາໃຈໃສ່ປັບ ປຸງແກ້ໄຂໃນຊຸມປີຕໍ່ໜ້າ ໂດຍສະ ເພາະມີບາງຮາກຖານພັກຍັງຖືເບົາຕໍ່ວຽກງານການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນການປ້ອງກັນພັກ ແລະ ປ້ອງກັນການຈັດຕັ້ງໃຫ້ມີຄວາມປອດໃສ ແລະ ຍັງບໍ່ທັນເຮັດຕໍ່ເນື່ອງເປັນລະບົບ, ບໍ່ທັນຫັນເອົາວຽກງານດັ່ງກ່າວເປັນໜ້າທີ່ຂອງໝົດ ທຸກຄົນ ເຂົ້າໃນວຽກງານກໍ່ສ້າງພັກ; ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງພະນັກງານສະ ມາຊິກພັກ ໄປຄຽງຄູ່ກັບການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ກຳແໜ້ນແນວ ທາງນະໂຍບາຍຂອງພັກ, ມີຄວາມບຸກບື່ນຫ້າວຫັນ, ເອົາໃຈໃສເຮັດສຳເລັດໜ້າການເມືອງ ແລະ ວິຊາສະເພາະຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນພັກ, ຍ້ອນວ່າ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນເບົ້າຫຼໍ່ການເມືອງ-ນຳພາແນວຄິດຂອງນາຍ ແລະ ພົນທະຫານໃນ ກອງທັບ ແລະ ແມ່ນວຽກງານກົກທີ່ສຳຄັນໃນທ່າສະໜາມຮົບການເມືອງ-ແນວຄິດ ທັງເປັນການສຶກສາອົບຮົມເພື່ອເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບໃນກົມກອງມີຄວາມສະຫງົບ, ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ທັງເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະຮັບຜິດຊອບ ກໍຄືຂະແໜງຈັດຕັ້ງພັກ ພະແນກການເມືອງ ກອງພັນໃຫຍ່ 703 ໃນການເຄື່ອນໄຫວຊຸກຍູ້ຂະບວນການນຳພາ-ຊີ້ນຳຕ່າງໆ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ບົນພື້ນຖານຄວາມເປັນເອກະພາບພາຍໃນພັກ ສຽງສ່ວນນ້ອຍປະຕິບັດຕາມສຽງສ່ວນຫຼາຍ ບຸກຄົນຂຶ້ນນຳການຈັດຕັ້ງເພື່ອພ້ອມກັນນຳພາກົມກອງເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ