ນ້ຳໃຈຈາກ ບໍລິສັດ ຄຳແພງ ຄຸດຄົ້ນຫີນ-ຊາຍ ແລະ ແຮ່ ຈຳກັດຜູ້ດຽວ
ເວລາອອກຂ່າວ: 2024-05-20 08:55:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:
ໃນຕົ້ນເດືອນພຶດສະພາ ນີ້, ບໍລິສັດ ຄຳແພງ ຄຸດຄົ້ນຫີນ-ຊາຍ ແລະ ແຮ່ ຈຳກັດຜູ້ດຽວໄດ້ນຳ ເອົາຄອມພິວເຕີ ໂນດບຸກ ຈຳ ນວນ 2 ໜ່ວຍ ລວມມູນຄ່າ 21.398.000 ກີບ ມາມອບໃຫ້ ຄະນະວິຊາຄູນິຕິສາດ-ລັດຖະ ສາດວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ), ກ່າວມອບໂດຍ ທ່ານ ຄຳແຫຼ້ ພຸດທະ ສິນ ຕາງໜ້າບໍລິສັດ ດັ່ງກ່າວ ພ້ອມ ດ້ວຍຄະນະ ແລະ ກ່າວຮັບ ໂດຍ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຫົວໜ້າກົມອົບຮົມ- ກໍ່ສ້າງ ວປກ, ມີພາກສ່ວນທີ່ກ່ຽວ ຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ໄດ້ຕາງໜ້າໃຫ້ ຄະນະນຳ ວປກ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ທີ່ບໍລິສັດດັ່ງກ່າວ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານການຮຽນ-ການສອນ ຢູ່ ວປກ ຈຶ່ງໄດ້ໃຫ້ການອຸປະຖຳໃນ ຄັ້ງນີ້, ທັງເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງກອງ ທັບກັບປະຊາຊົນ ເວົ້າລວມ, ເວົ້າສະເພາະ ກໍຄືຫົວໜ່ວຍທຸລະກິດ ກັບ ວປກ ໃຫ້ແໜ້ນແຟ້ນເລິກເຊິ່ງ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະນຳໃຊ້ເຄື່ອງດັ່ງກ່າວ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ການຮຽນ-ການສອນ ໃຫ້ມີປະສິດທິຜົນສູງ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ໄດ້ມອບໃບສົມມະນາຄຸນ ໃຫ້ແກ່ ບໍລິສັດ ຄຳແພງ ຂຸດຄົ້ນຫີນ-ຊາຍ ແລະ ແຮ່ ຈຳກັດຜູ້ດຽວ ຕື່ມອີກ.
ໂດຍ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ