
ເປີດຊຸດອົບຮົມ-ຫັດແອບ ການເມືອງ-ການທະຫານ ໃຫ້ ກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ
ເວລາອອກຂ່າວ: 2024-05-15 14:44:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1310 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2024 ນີ້, ຢູ່ສູນພັດທະນາຄູ ແຂວງບໍລິຄໍາໄຊ, ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ-ການທະຫານ ໃຫ້ຫົວໜ້າຂະແໜງການທະຫານທ້ອງຖີ່ນ ແລະ ຫົວໜ້າ, ຄະນະກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄໍາໄຊ ຊຸດທີ 02, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຮອງຫົວໜ້າ ກົມການທະຫານທ້ອງຖີ່ນ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກກອງບັນຊາການ, ຄະນະບັນຊາ ກອງບັນຊາການທະຫານເມືອງ ຕະຫຼອດຮອດນັກຝຶກອົບຮົມທົ່ວແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ກັນຍາ ບໍລິວັນ ຫົວໜ້າພະແນກການທະຫານທ້ອງຖິ່ນ ຫ້ອງເສນາທິການ ທະຫານແຂວງ ໄດ້ຜ່ານແຜນການອົບຮົມ- ຫັດແອບ ການເມືອງ-ການທະຫານ ໃຫ້ຫົວໜ້າຂະແໜງການທະຫານທ້ອງຖິ່ນ ແລະ ຫົວໜ້າ, ຄະນະ ກອງຮ້ອຍກອງຫຼອນ ທົ່ວແຂວງບໍລິຄຳໄຊ, ຊຸດທີ 02 ປະຈຳປີ ເພື່ອແນໃສ່ອົບຮົມ-ຫັດແອບ ໃຫ້ພະນັກງານບັນຊາ, ບັນດາຫົວໜ້າ, ຄະນະ ກອງຮ້ອຍກອງຫຼອນ ຮັບຮູ້ ແລະ ເຂົ້າໃຈຕໍ່ສິດໜ້າທີ່, ພາລະບົດບາດຂອງຕົນ, ຮູ້ໄດ້ຄວາມໝາຍຄວາມສຳຄັນ ຂອງວຽກງານການທະຫານທ້ອງຖິ່ນ, ທັງເປັນການປັບປຸງກໍ່ສ້າງກຳລັງປະກອບອາວຸດຂັ້ນທ້ອງຖິ່ນ ໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດ, ກຳໄດ້ດ້ານສິນລະປະຍຸດ, ຍຸດທະວິທີ, ຮູ້ປົກປັກຮັກສາ ແລະ ນຳໃຊ້ອາວຸດຍຸດໂທປະກອນຢ່າງຄ່ອງແຄ້ວ, ເນື້ອໃນທີ່ນຳມາອົບຮົມ-ຫັດແອບ ປະກອບມີພາກການເມືອງ ຈະໄດ້ຮຽນ ມູນເຊື້ອຂອງກອງທັບ, ວິທີຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ຮຽນເອກະສານເລກທີ 1411 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຂ້ໍກຳນົດວ່າດ້ວຍທີ່ຕັ້ງ, ພາລະບົດບາດ ສິດໜ້າທີ່ຂອງຫົວໜ້າກອງຮ້ອຍກອງຫຼອນ, ຂ້ໍກຳນົດຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການຄຸ້ມຄອງອາວຸດ-ລູກກະສຸນ, ວິທີສ້າງແຜນການສູ້ຮົບປ້ອງກັນບ້ານ ແລະ ຫຼັກການເສນາທິການອີກຈຳນວນໜຶ່ງ, ພາກການທະຫານ ຈະໄດ້ຮຽນວິທີການມ້າງ-ປະກອບປືນ, ວິທີພັດເສັດອາວຸດ, ການເລັງເປົ້າຍິງປືນທະຫານຮາບ, ວິທີຂຸດຂຸມຄອງສູ້ຮົບບຸກຄົນ, ວິທີສ້າງ ແລະ ນຳໃຊ້ອາວຸດພື້ນເມືອງປະເພດຕ່າງໆ, ຮຽນ 07 ຈັງວະພື້ນຖານໃນເວລາສູ້ຮົບ, ຫຼັກການຮູບແຖວຈຸປ້ອງກັນເວນຍາມ, ໝູ່ຊອກຄົ້ນຕີ, ໝູ່ດັກສະກັດ, ໝວດ ຫຼື ກອງຮ້ອຍ ສູ້ຮົບປ້ອງກັນບ້ານ, ຊຸດອົບຮົມຄັ້ງນີ້ ມີຈຳນວນພົນເຂົ້າຮ່ວມອົບຮົມທັງໝົດ 90 ສະຫາຍ ແລະ ຈະໄດ້ດຳເນີນໄປເປັນເວລາ 15 ວັນຈິ່ງຈະສຳເລັດ.
ຂ່າວ-ພາບ ສີທອງ ຈັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ