
ກຸ່ມບໍລິສັດ ລາວໂກຣໂບພັດທະນາ ມອບອຸກອນໄຟໂຊລາເຊວ ໃຫ້ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-05-15 14:40:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1182 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2024 ນີ້, ທ່ານ ອໍາໄພວັນ ຈັນທະຜາລີ ປະທານກຸ່ມບໍລິສັດ Lao Grobal Development Group ລາວໂກໂບຣພັດທະນາ ຫຼື LG Group (ແອວຈີ ກຣຸບ) ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງຜະລິດໄຟຟ້າ ພະລັງງານແສງຕາເວັນ (ໂຊລາເຊວ) 31 ຊຸດ, ຂະໜາດ 1200 ວັດ, ປິນເຕີ 01 ເຄື່ອງ ແລະ ເຈ້ຍ A4 10 ແກັດ, ລວມມູນຄ່າທັງໝົດ 15.900.000 ກີບ, ມາມອບໃຫ້ກອງບັນຊາການທະຫານແຂວງວຽງຈັນ, ໂດຍແມ່ນສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ ຕາງໄດ້ໃຫ້ຄະນະພັກ-ຄະນະບັນຊາເປັນຜູ້ກ່າວຮັບ, ທ່ານ ອໍາໄພວັນ ຈັນທະຜາລີ ກ່າວ່າ: ການທີ່ພວກເຮົານໍາເອົາອຸປະກອນມາມອບໃຫ້ຄັ້ງນີ້ ພວກເຮົາສຸດທີ່ດີໃຈ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນຊາດເວົ້າລວມ ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງວຽງຈັນ, ເພາະວ່າວຽກງານປ້ອງກັນຊາດມັນແມ່ນໜ້າທີ່ຂອງທຸກຄົນໃນທົ່ວປວງຊົນທີ່ຈະຕ້ອງໄດ້ປະກອບສ່ວນຊ່ວຍກັນ, ທັງເປັນກໍາລັງແຮງຊຸກຍູ້, ໃຫ້ນາຍ ແລະ ພົນທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ແຕ່ລະຂົງເຂດໃຫ້ມີຜົນສໍາເລັດຕາມການໄດ້ຮັບມອບໝາຍ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ກ່າວສະແດງຄວາມຂອບໃຈ ທ່ານ ປະທານບໍລິສັດ ລາວໂກໂບຣພັດທະນາ ທີ່ໄດ້ນໍາອຸປະກອນດັ່ງກ່າວມາມອບ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນ ວຽກງານລວມຂອງກອງບັນຊາການທະຫານແຂວງ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາເອົາວັດຖຸທີ່ໄດ້ຮັບໃນຄັ້ງນີ້ ໄປມອບໃຫ້ບັນດາກົມກອງທີ່ຫຍຸ້ງຍາກຂາດເຂີນຈໍາເປັນຕ້ອງໃຊ້ພະລັງງານໄຟຟ້າ, ໂດຍສະເພາະແມ່ນຂອບເຂດກົມກອງທີ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ຢູ່ຕາມປ້ອມຕ່າງໆ ໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ-ຂ່າວ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ