ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທະຫານແຂວງຮ່າຕິ່ງເຂົ້າຢຽມຢາມ ແລະ ມອບຕົ້ນໄມ້ມຸງຄຸນໃຫ້ໂຮງໝໍທະຫານແຂວງ
ເວລາອອກຂ່າວ: 2024-05-15 14:34:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1168 | ຄວາມນິຍົມ:



ໃນຕອນບ່າຍວັນທີ14 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ມາຍຫງອກຫວຽດ ຮອງການເມືອງກອງບັນຊາການທະຫານແຂວງຮ່າຕີ່ງ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມໂຮງໝໍທະຫານແຂວງ ແລະ ມອບຕົ້ນໄມ້ມຸງຄຸນທີ່ກອງບັນຊາການທະຫານແຂວງຮ່າຕິ່ງ ແລະ ກອງບັນຊາການທະຫານແຂວງຮ່ວມກັນປູກ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈວງຈັນລາດຊະວົງ ກຳມະການຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ແລະ ຄະນະພັກ-ຄະນະບັນຊາ, ພະນັກງານແພດໝໍເຂົ້າຮ່ວມຕ້ອນຮັບ ພ້ອມທັງນໍາພາເຂົ້າຊົມບັນດາຫ້ອງປິ່ນປົວຄົນເຈັບ, ຈາກນັ້ນສະຫາຍ ພັນເອກ ມາຍຫງອກຫວຽດ ກໍ່ໄດ້ກ່າວມອບຕົ້ນໄມ້ປະດັບສອງຕົ້ນທີ່ໄດ້ນໍາມາປູກໄວ້ເປັນທີ່ລະນຶກຢູ່ທາງເຂົ້າຕຶກປີ່ນປົວຄົນເຈັບຢູ່ໂຮງໝໍທະຫານແຂວງ, ໂດຍການຕາງໜ້າກ່າວຮັບຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງພ້ອມດ້ວຍຄະນະ. ພາບ-ຂ່າວ: ນາງນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ